ວັນທີ 15 ພຶດສະພາ, ຢູ່ New Delhi ອິນເດຍ, ກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ເປີດກວ້າງ ສືບຕໍ່ມື້ເຮັດວຽກທີສອງດ້ວຍວາລະປຶກສາຫາລືກ່ຽວກັບຫົວຂໍ້ “ປະຕິຮູບບັນດາລະບົບຫຼາຍຝ່າຍ ແລະ ການຄຸ້ມຄອງບໍລິຫານທົ່ວໂລກ” ແລະ ວາລະອັດກອງປະຊຸມ.
ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໄດ້ເຕື້ອງເຖິງບັນດາການຜັນແປທີ່ສັບສົນຂອງສະພາບການສາກົນໃນປັດຈຸບັນ, ສະເໜີບັນດາປະເທດຕ້ອງມີການກະທຳທີ່ມີຄວາມຮັບຜິດຊອບ, ປະຕິບັດຕາມກົດໝາຍສາກົນ ແລະ ກົດບັດ ສປຊ, ເຄົາລົບນັບຖືເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ລະງັບໃຈ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີຜ່ານການເຈລະຈາ, ພ້ອມທັງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ຄວາມເສລີໃນການເດີນທາງຜ່ານບັນດາຊ່ອງແຄບທະເລສອດຄ່ອງກັບກົດໝາຍສາກົນ ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.
ຢັ້ງຢຶນບົດບາດຂອງ ຫວຽດນາມ ດ້ວຍຖານະເປັນປະເທດເຈົ້າພາບຈັດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2027, ເປັນປະທານ ແລະ ເປັນເຈົ້າພາບຮ່ວມຫຼາຍກົນໄກຮ່ວມມືແມ່ນ້ຳຂອງ, ພ້ອມທັງແມ່ນສະມາຊິກທີ່ຕັ້ງໜ້າຂອງ ອາຊຽນ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຊຸກຍູ້ການໂອ້ລົມສົນທະນາ ແລະ ການຮ່ວມມືລະຫວ່າງ BRICS ກັບ ພາກພື້ນ ອາຊີ - ປາຊີຟິກ, ເປັນຕົ້ນແມ່ນໃນບັນດາຂົງເຂດຄື ລະບົບສະໜອງ, ການເງິນພັດທະນາ.




