ໃນລະຫວ່າງວັນທີ 14 – 15 ພຶດສະພາ ຢູ່ Christchurch (ນູແວນເຊລັງ) ໄດ້ດຳເນີນການໂອ້ລົມສົນທະນາ ອາຊຽນ - ນູແວນເຊລັງ ຄັ້ງທີ 33. ໃນບົດບາດເປັນຜູ້ປະສານງານການພົວພັນ ອາຊຽນ - ນູແວນເຊລັງ ໄລຍະ 7/2024 – 7/2027, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ຫວຽດນາມ ພ້ອມກັບ ທ່ານ Grahame Morton ຮອງລັດຖະມົນຕີການຕ່າງປະເທດ ນູແວນເຊລັງ ເປັນປະທານຮ່ວມການໂອ້ລົມສົນທະນາ.
ທີ່ການໂອ້ລົມສົນທະນາ, ຝ່າຍນູແວນເຊລັງ ຢັ້ງຢືນຄືນໃໝ່ສະໜັບສະໜູນບົດບາດເປັນໃຈກາງອາຊຽນ, ໃຫ້ຄຳໝັ້ນສັນຍາຈະຕັ້ງໜ້າເຂົ້າຮ່ວມບັນດາຂອບເຂດໂດຍ ອາຊຽນນຳໜ້າຄື ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS), ເວທີປາໄສພາກພື້ນ ອາຊຽນ (ARF) ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ADMM+)… ປະສານສົມທົບກັນຜັນຂະຫຍາຍບັນດາຂົງເຂດບຸລິມະສິດໃນເອກະສານທັດສະນະຂອງ ອາຊຽນ ກ່ຽວກັບມະຫາສະໝຸດ ອິນເດຍ - ປາຊີຟິກ (AOIP). ນູແວນເຊລັງ ຕີລາຄາສູງບົດບາດປະສານງານຂອງ ຫວຽດນາມ, ເປັນຕົ້ນແມ່ນໃນການຊຸກຍູ້ການຍົກລະດັບການພົວພັນ ແລະ ຮັບຮອງເອົາຖະແຫຼງການວິໄສທັດລວມ ພ້ອມກັບແຜນການກະທຳ 2026 – 2030.
ໂດຍເປັນປະທານຮ່ວມການໂອ້ລົມສົນທະນາ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ຢັ້ງຢືນວ່າ ຫວຽດນາມ ແລະ ອາຊຽນ ຖືເປັນສຳຄັນການພົວພັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ຍາວນານກັບ ນູແວນເຊລັງ. ທ່ານຮອງລັດຖະມົນຕີ ສະເໜີສອງຝ່າຍມານະພະຍາຍາມຜັນຂະຫຍາຍ ສັນຍາຂໍ້ຕົກລົງດ້ານການຄ້າເສລີ ອາຊຽນ - ອົດສະຕາລີ - ນູແວນເຊລັງ (AANZFTA) ທີ່ຫາກໍ່ໄດ້ຍົກລະດັບນັ້ນ ຢ່າງມີປະສິດທິຜົນ, ປະຕິບັດສຳເລັດລະບຽບການບໍລິຫານໂດຍໄວ ເພື່ອນຳສັນຍາການບໍລິການການບິນ ອາຊຽນ - ນູແວນເຊລັງ (ANZ-ASA) ມີຜົນບັງຄັບໃຊ້.




