ລົດໄຟຖ້ຽວທໍາອິດ ສາຍ Metol ເບັ໊ນແທັ່ງ - ຊ໊ວຍຕຽນ ພວມແລ່ນທົດລອງຄັ້ງສຸດທ້່າຍ (ພາບ: MAUR/TTXVN)

ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຫງວຽນແທງຟອງ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ທີ່ການເຮັດວຽກກັບທ່ານ Shimizu Akira, ຫົວໜ້າຜູ້ຕາງໜ້າອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ຄົນໃໝ່ ປະຈຳ ຫວຽດນາມ ໃນຕອນຄ່ຳວັນທີ 3 ມີຖຸນາ.

ທ່ານ ຫງວຽນແທງຟອງ ສະເໜີໃຫ້ທ່ານ Shimizu Akira ເອົາໃຈໃສ່ຜັນຂະຫຍາຍການລົງນາມສັນຍາກູ້ຢືມສຸດທ້າຍໃຫ້ແກ່ໂຄງການ Metro ເລກ 1 ໂດຍໄວ. ພ້ອມທັງສ້າງເງື່ອນໄຂຊຸກຍູ້ລະດັບຄວາມຄືບໜ້າຂອງໂຄງການປັບປຸງສະພາບແວດລ້ອມນ້ຳຂອງ ນະຄອນ ໂຮ່ຈີມິນ, ເຂດຍ່ານລຸ່ມຄອງເໝືອງ ເຕົ່າຫູ - ເບ໊ນແງ໊ - ຄອງເໝືອງ ໂດຍ - ແຕ໋, ໄລຍະທີ່ 2 ແລະ ໂຄງການປັບປຸງ, ຟື້ນຟູຄອງລະບາຍນ້ຳກໍ່ສ້າງກ່ອນນີ້ຢູ່ນະຄອນ ໂຮ່ຈີມິນ; ໜູນຊ່ວຍການຜັນຂະຫຍາຍໂຄງການລົງທຶນ, ກໍ່ສ້າງ Metro ເລກ 3a (ເບ໊ນແທງ - ເຕິນກຽນ).

ສ່ວນທ່ານ, Shimizu Akira ກໍ່ຕັ້ງຄວາມຫວັງວ່າ, ບັນດານະໂຍບາຍ ແລະ ການເຄືຶ່ອນໄຫວຟື້ນຟູດ້ານເສດຖະກິດຂອງນະຄອນ ໂຮ່ຈີມິນ ຈະໄດ້ຜັນຂະຫຍາຍໂດຍໄວ, ປະກອບສ່ວນເຮັດໃຫ້ສະພາບການດ້ານເສດຖະກິດຂອງ ຫວຽດນາມ ເປັນປົກກະຕິ; ຢັ້ງຢືນວ່າ JICA ຢາກສືບຕໍ່ຮ່ວມມືຢ່າງມີປະສິດທິຜົນກັບ ນະຄອນ ໂຮ່ຈີມິນ ໃນບັນດາໂຄງການຕໍ່ໄປໃນອະນາຄົດ.