ງານມະຫະກຳເວທີ​ການ​ສະ​ແດງ ຮ່າໂນ້ຍ ເປີດກວ້າງ ປີ 2026 ໂດຍ​​ພະ​ແນ​ກວັດ​ທະ​ນ​ະ​ທຳ, ກິ​ລາ ແລະ​ ທ່ອງທ່ຽວ ​ຮ່າ​ໂນ້ຍ ສົມທົບ​ກັບ​ສະ​ມາ​ຄົມ​ນັກ​ສິ​ລະ​ປິນ​ເວ​ທີກ​ານ​ສະ​ແດງ ຫວຽດ​ນາມ ຈັດ​ຂຶ້ນ ຈະ​ດຳ​ເນີນ​ແຕ່​ວັນ​ທີ 14 – 23 ຕຸ​ລາ 2026 ດ້ວຍ​ຫົວ​ຂໍ້ “ເຕົ້​າ​ໂຮມ​ບັນ​ດາ​ຄຸນ​ຄ່າ​ເວ​ທີ​ການ​ສະ​ແດງ, ແຜ່ກ​ະ​ຈາຍ​ພະ​ລັງ​ການ​ປະ​ດິດ​ສ້າງ​ສິ​ລະ​ປະ​ຂອງ​ນະ​ຄອນຫຼວງ”. ນີ້​ແມ່ນ​ເຫດ​ການ​ວັດ​ທະ​ນະ​ທຳ, ສິ​ລະ​ປ​ະພິ​ເສດ ມຸ່ງ​ໄປ​ເຖິງວັນ​ການ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ ຄົບ​ຮອບ 72 ປີ (10/10/1954 – 10/10/2026), ປະ​ຕິ​ບັດ​ລາຍ​ການ​ທີ 06 ຂອງ​ຄະ​ນະ​ພັກ ນະ​ຄອນ​ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ວ່າ​ດ້ວຍ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ.

ງານມະຫະກຳເວທີ​ການ​ສະ​ແດງ ນະ​ຄອນຫຼວງ ປີນີ້ໄດ້​ເຕົ້າ​ໂຮມ 15 ຫົວ​ໜ່​ວ​ຍ​ສິ​ລະ​ປ​ະ​ມື​ອາ​ຊີບ​ຂອງ​ສູນ​ກາງ, ຮ່າ​ໂນ້ຍ, ກຳ​ລັງປະ​ກອ​ບອ​າ​ວຸດ​ໃນ​ບໍ​ລິ​ເວນ​ ຮ່າ​ໂນ້ຍ ແລະ ແຂວງ, ນະ​ຄອນ​ຈຳ​ນວນ​ໜຶ່ງ​ໃນ​ທົ່ວ​ປະ​ເທດ, ດ້ວຍ 15 ຜົນ​ງານ​ກັບຫຼ​າຍ​ຮູບ​ແບບ​ເວ​ທີ​ການ​ສະ​ແດງ ຄື: ບົດ​ລະ​ຄອນ​ເວົ້າ, ແຈ໊ວ, ຕ່​ວງ, ກາຍເລືອງ, ກາຍ​ຍະ​ສິນ ແລະ ການ​ຂັບ​ຮ້ອງ​ພື້ນ​ເມືອງ ເງະ​ຕິ້ງ. ບັນ​ດາ​ຜົນ​ງານ​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ, ຫຼາຍ​ຮູບຫຼາຍ​ແບບ, ສ່ອງ​ແສງຫຼາຍ​ດ້ານ​ຂອງ​ຊີ​ວິດ​ສັງ​ຄົມ; ແນະ​ນຳ​ຄວາມ​ງາມ​ຂອງ​ປະ​ເທດ​ຊາ​ດ, ຄົນ ຫວຽດ​ນາມ; ພ້ອ​ມ​ກັນ​ນັ້ນ ກໍ່​ສົ່ງ​ເສີມ​ບັນ​ດາ​ບົດ​ປະ​ພັນ​ທີ່​ຕິດ​ພັນ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ສະ​ຖານ​ທີ່ ແລະ ຄົນ ​ຮ່າ​ໂນ້ຍ.