(ພາບ: congthuong.vn)
ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ(AEF) 2026 ຈະດຳເນີນແຕ່ວັນທີ 26 – 29 ຕຸລາຢູ່ນະຄອນໂຮ່ຈີມິນ ດ້ວຍຫົວຂໍ້ “ຈິດໃຈຮ່ວມມືໃນສັງກາດໃໝ່”. ເວທີປາໄສເສດຖະກິດ ໂລກ (WEF) ເຂົ້າຮ່ວມ ເປັນການນີ້ເປັນຄັ້ງທຳອິດໃນນາມແບຣນຮ່ວມ. ຄາດວ່າຈະມີການເຂົ້າຮ່ວມຂອງກວ່າ 1.500 ຜູ້ແທນ ພາຍໃນປະເທດ ແລະ ສາກົນເຂົ້າຮ່ວມເວທີປາໄສນີ້. ກ່ຽວກັບຈຸດໃໝ່ຂອງເວທີປາໄສປີນີ້, ທ່ານເລເຈື່ອງຢຸຍ, ຜູ້ອຳນວຍການສູນປະຕິວັດ ອຸດສາຫະກຳຄັ້ງທີ 4 ຢູ່ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:
ພວກເຮົາບໍ່ຈຳກັດກຸ່ມນັກຊ່ຽວຊານ, ຄູ່ຮ່ວມມືສາກົນ, ບໍ່ຈຳກັດກຸ່ມວິສາຫະກິດ, ນີ້ແມ່ນເຫດການທີ່ໄດ້ເອີ້ນວ່າ ເວທີປາໄສພູມປັນຍາໃໝ່. ບໍ່ຄືກັນທຸກປີ, ພວກເຮົາປຶກສາຫາລືການເງິນສາກົນ, ອຸດສາຫະກຳ, ປີນີ້ ແມ່ນເວທີປາໄສເປີດ. ກໍ່ຄືກັນກັບສິງກະໂປ ເຄີຍເປັນບ່ອນບັນດານັກປັນຍາຊົນ, ວິສາຫະກິດລໍຖ້າທຸກປີ ເພື່ອປຶກສາຫາລືບັນດາບັນຫາທົ່ວໂລກ, ເວທີປາໄສຂອງພວກເຮົາໃນປີນີ້ກໍ່ຄືກັນ.






