ຢູ່​ນະ​ຄອນຫຼວງ Ljubljana, ສະ​ໂລ​ວາ​ເນຍ , ວັນ​ທີ 9 ຕຸ​ລາ, ທ່ານ ຫວູ​ເລ​ທ້າຍ​ຮ່​ວາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ​ຢູ່ ໂອ​ຕາ​ລິດ ທັງ​ປະ​ຈຳ ສະ​ໂລ​ວາ​ເນຍ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ ແລະ ເຮັດ​ວຽກ​ກັບ​ທ່ານ​ Tone Kajzer ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ ສະ​ໂລ​ວາ​ເນຍ, ເພື່ອ​ແນ​ໃສ່​ຊຸກ​ຍູ້​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ກຳ​ນົດ​ທິດ​ຮ່ວມ​ມື​ໂດຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສອງ​ປະ​ເທດ ເປັນ​ເອ​ກະ​ພາບ​ຢູ່ນອກກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 81 ຂອງ ສ​ປ​ຊ ຢູ່​ນິວ​ຢອກ​ເມື່ອ​ເດືອນ​ກັນ​ຍາ​ຜ່​ານ​ມາ. ທີ່​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ພິ​ເສດ​ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ປັນ​ຍາ​ປະ​ດິດ, ນະ​ວັດ​ຕະ​ກຳ, ເຕັກ​ໂນ​ໂລ​ຢີ​ຊີ​ວະ​ສາດ, ພະ​ລັງ​ງານ​ສີ​ຂຽວ, ໄຟ​ຟ້າ​ນິວ​ເຄຼຍ ແລະ logistics. ທ່​ານ ຫວູ​ເລ​ທ້າຍ​ຮ່​ວາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ເໜີ ສະ​ໂລ​ວາ​ເນຍ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາມ - EU (EVIPA)ໂດຍ​ໄວ, ມີ​ສຽງ​ເວົ້າ​ສະ​ໜັບ​ສະ​ໜູນ​ເລື່ອງ​ສະ​ຫະ​ພາບ ເອີ​ລົບ (EU) ແກ້​ບັດ​ເຫຼືອງ ກ່ຽວ​ກັບ​ກາ​ນ​ຂຸ​ດ​ຄົ້ນ​ສິນ​ໃນ​ທະ​ເລ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ (IUU) ໂດຍ​ໄວ​ສຳ​ລັບ​ສິນ​ໃນ​ນ້ຳ​ສົ່ງ​ອອກ​ຂອງ ຫວຽດ​ນາມ; ພ້ອມ​ທັງ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ທ່າ​ກຳ​ປັ່ນ Koper ແລະ ບັນ​ດາ​ທ່າ​ກຳ​ປັ່​ນ​ທະ​ເລ ຫວຽດ​ນາມ, ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ ແລະ ທ້ອງ​ຖິ່ນ​ສອງ​ປະ​ເທດ.