ວັນທີ 9 ຕຸລາ, ສະຫະລັດ ອາຣັບ ເອມີເລດ (UAE) ໄດ້ກ່າວຫາຢ່າງເປັນທາງການນັກບິນຊາວ ໂອມານ ວ່າ ໄດ້ “ບຸກໂຈມຕີຂ້າຕົວຕາຍ” ຊື່ງເປັນຜູ້ຢາກຍາດສິດບັນຊີເຮືອບິນຂອງບໍລິສັດ Flydubai ຈາກ UAE ໄປ Israel ເມື່ອວັນທີ 30 ກັນຍາ.
ທ່ານ Saif Al Shamsi ຫົວໜ້າພິພາກສາສະຫະພັນ UAE, ປະກາດໝາກຜົນການສືບສວນໂດຍໃຫ້ຮູ້ວ່າ ນັກບິນ Hamam al-Hammami, ຊາວໂອມານ ໄດ້ຂຶ້ນແຜນປະຕິບັດການບຸກໂຈມຕີແບບຂ້າຕົວຕາຍ. ຜູ້ຖືກສົງໃສຢາກຍາດສິດຄວບຄຸມເຮືອບິນ ເພື່ອຕຳໃສ່ທ່າອາກາດສະຍານຂອງສະໜາມບິນ Ben Gurion ຢູ່ Tel Aviv, ທາງພາກກາງ Israel. ເປົ້າໝາຍແມ່ນກໍ່ຄວາມບາດເຈັບລົ້ມຕາຍຫຼາຍສຸດເທົ່າທີຄວນ.
ໝາກຜົນການສືບສວນກໍ່ໃຫ້ຮູ້ວ່າ ກ່ອນເຂົ້າເຮັດວຽກຢູ່ບໍລິສັດ Flydubai ເມື່ອເດືອນມັງກອນປີ 2026, ຜູ້ຖືກສົງໃສນີ້ ມີໃບອະນຸຍາດນັກບິນ ແລະ ເຮັດວຽກໃນບໍລິສັດການບິນຂອງຫຼາຍປະເທດ ໃນນັ້ນມີບໍລິສັດການບິນ ໂອມານ(Oman Air) ແລະ ບໍລິສັດການບິນ Morocco (Royal Air Maroc). ພິເສດ, ກ່ອນປະຕິບັດກົນອຸບາຍບຸກໂຈມຕີເມື່ອວັນທີ 30 ກັນຍາ, ນັກບິນຜູ້ນີ້ໄດ້ປະຕິບັດ 2 ຖ້ຽວບິນໄປຍັງ Tel Aviv ເພື່ອແນໃສ່ເຮັດຄວາມເລຶ້ງເຄີຍກັບເສັ້ນທາງການບິນ ແລະ ສະໜາມບິນເປົ້າໝາຍ ໃນວິວັດການຊອກປາຄຳ, ຜູ້ຖືກສົງໃສໃຫ້ການວ່າ ໄດ້ເຄື່ອນໄຫວຜູ້ດຽວ ແລະ ບໍ່ມີພັກພວກ ເຖິງຢ່າງໃດກໍ່ຕາມ, ວຽກງານສືບສວນກ່ຽວກັບຄວາມສາມາດມີພັກພວກຍັງໄດ້ດຳເນີນໄປ.






