ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ ນະ​ຄອນຫຼວງ ຮ່າ​ໂນ້ຍ ພວມ​ຕັດ​ສິນ​ໃຈ​ບືນ​ຕົວ​ຂຶ້ນ, ສ້າ​ງ​ນະ​ຄອນຫຼວງ ແຫ່ງ​ອະ​ລິ​ຍະ​ທຳ - ສີ​ວິ​ໄລ - ທັນ​ສະ​ໄໝ - ຜາ​ສຸກ”, ສຸມ​ໃສ່​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 2 ວາງ​ອອກ​ໃນ​ວັນ​ທີ 17 ມີ​ນາ 2026 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ສ້າງສາ ແລະ ພັດ​ທະ​ນາ ນະ​ຄອນຫຼວງ ຮ່າ​ໂນ້ຍ ໃນ​ສັງ​ກາດ​ໃໝ່​, ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ, ການ​ວາງ​ແຜນ​ກຳ​ນົດ​ສັ​ງ​ລວມ​ນະ​ຄອນ​ຫຼວງວິ​ໄສ​ທັດ 100 ປີ​ຢ່າງ​ມີ​ໄຊ. ທ່ານ​ໃຫ້​ຮູ້​ວ່າ:

ສຸມ​ໃສ່​ສ້າງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ນະ​ຄອນຫຼວງ “ຢອດ​ຢ້ຽມ, ກະ​ທັດ​ລັດ, ເຂັ້ມ​ແຂງ , ປະ​ຕິ​ວັດ, ກອງຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ; ສ້າງ​ກຳ​ລັງ​ປະ​ຈຳ​ຖ້ອງ​ຖິ່ນ​ຢ່າ​ງ​ເຂ​ັ້ມ​ແຂງ, ກຳ​ລັງ​ສຳ​ຮອງ​ທີ່​ເປັນ​ຈຳ​ນວນຫຼາຍ, ກຳ​ລັງທະ​ຫານ​ລາດປ້ອງ​ກັນ​ຕົວ​ຢູ່​ທ້ອງ​ຖິ່ນ​ມີ​ຄວາມເຂັ້ມ​ແຂງ, ກວ້າງ​ຂວາງ, ມີ​ຄຸນ​ນະ​ພາບ​ສູງ, ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ການ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ສະ​ພາບ​ການ​ໃໝ່. ”

ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງວ່າ ໃນ​ກາ​ນ​ສ້າງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ນະ​ຄອນຫຼວງ ຕ້ອງ​ເພີ່ມ​ທະ​ວີ​ການ​ປັບ​ປຸງ​ການ​ພົວ​ພັນ​ສາ​ມັກ​ຄີ​ຢ່າງ​ສະ​ໜິດ​ແໜ້ນ​ລະ​ຫວ່າງກອງ​ທັບ - ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ສ້າງ​ຮາກ​ຖານ​ການ​ເມືອງ​ຢູ່​ທ້ອງ​ຖິ່ນ​ໃຫ້​ເຂັ້ມ​ແຂງ, ສ້າງສາ “ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ” ແລະ ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດຢ່າງ​ໝັ້ນ​ແກ່ນ, ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ບັດ​ຂະ​ບວນ​ການ “ທະ​ຫານ ແລະ ທະ​ຫານ​ລາດປ້ອງ​ກັນ​ຕົວ​ນະ​ຄອນຫຼວງ ຮ່ວມ​ແຮງ​ຮ່​ວາ​ໃຈ​ສ້າງ​ຊົນ​ນະ​ບົດ​ໃໝ່” ດ້ວຍ​ການ​ເພີ່ມ​ທະ​ວີ​ການ​ສ້າງ​ຕົວ​ເມືອງ​ສີ​ວິ​ໄລ, ປະ​ຕິ​ບັດ​ວຽກ​ງາ​ນ​ນະ​ໂຍ​ບາຍ, ແນວຫຼັງ​ກອງ​ທັບ, ການ​ຕອບ​ບູນ​ແທນ​ຄຸນ ແລະ ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ທູດ​ປ້ອງ​ກັນ​ຊາດ ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ປາດ​ຖະ​ໜາ​ຢາກ​ໃຫ້​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ ນະ​ຄອນຫຼວງ ຈະ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ວິ​ໄສ​ທັດ​ນະ​ຄອນຫຼວງ 100 ປີ.