VOV WorldVOV World
ງານບຸນດອກໄມ້ - ງານຕະຫລາດນັດບຸນເຕັດ
31/01/2013 08:44
ຕອນ​ຄຳ່​ວັນ​ທີ 30/1, ຢູ່ ຮ່າ​ໂນ້ຍ ​ໄດ້​​ໄຂ​ ງານ​ບຸນ​ດອກ​ໄມ້ - ງານ​ຕະຫລາດນັດ​ບຸນ​ເຕັດ​​ ​ແມ່ນ​ເຊີດ​ຊູ​ໝູ່​ບ້ານ​ອາຊີບ ​ແລະ ​ຜະລິດ​ຕະພັນ​ກະ​ເສດ​ມີ​ຄຸນ​ນະພາ​ບສູງ
ພາບປະກອບ: internet (vovworld) - ຕອນ​ຄຳ່​ວັນ​ທີ 30/1, ຢູ່ ຮ່າ​ໂນ້ຍ ​ໄດ້​​ໄຂ​ ງານ​ບຸນ​ດອກ​ໄມ້ - ງານ​ຕະຫລາດນັດ​ບຸນ​ເຕັດ​​(ໝາຍ​ເຖິງ​ບຸນປີ​ໃຫມ່​ປະຈຳ​ຊາດ ຫວຽດນາມ) ​ແມ່ນ​ເຊີດ​ຊູ​ໝູ່​ບ້ານ​ອາຊີບ ​ແລະ ​ຜະລິດ​ຕະພັນ​ກະ​ເສດ​ມີ​ຄຸນ​ນະພາ​ບສູງ. ມີ​ຮ້ານ​ວາງສະ​ແດງສິນຄ້າ ​ເກືອບ 200 ຮ້ານຈະ​ເປີດ​ປະຕູ​ຮອດ​ວັນ​ທີ 5/2 ​ຊື່ງແນະນຳ​ໃຫ້​ຊາວ​ນະຄອນ​ຫລວງ ​ແລະ ນັກ​ທ່ອງ​ທ່ຽວ​ກ່ຽວກັບຜະລິດ​ຕະພັນ​ກະ​ເສດ​ຫລາຍ​ປະ​ເພດ ​ແລະ ​ເຄື່ອງ​ສິລະ​ປະ​ຫັດ​ຖະກຳ​ມີ​ຄຸນ​ນະພາ​ບສູງ. ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ຕະຫລາດນັດ​ແມ່ນ​ພິທີ​ແຫ່​ສັນຍາ​ລັກຮູບ​ປາ​ໄນທີ່​ໃຫຍ່​ໂຕ ​ແລະ ພາເຂົ້າ, ໝາກໄມ້ພິ​ເສດ 12 ພາ ຈາກ​ໝູ່​ບ້ານ​ປັ້ນດິນ​ເຜົາ ບາດ​ຈ່າງ ​ເຖິງ​ໃຈກາງ​ນະຄອນຫລວງ​ຮ່າ​ໂນ້ຍ ​ໃນ​ວັນ​ທີ 3/2/2013. ທ່ານ ​ໂຕ​ຫາຍ​ລອງ, ຜູ້ອຳນວຍການ​ສູນ​ຫນູນ​ຊ່ວຍ​ຊາວ​ກະສິກອນ​ນະຄອນ ​ຮ່າ​ໂນ້ຍ, ສະມາຊິກ​ໃນ​ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ:        
TAG
ງານບຸນດອກໄມ້