ງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ ປີ 2019 (ພາບ: TTXVN)

ງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ ປີ 2020 ໄດ້ເລືອກເອົາຫົວຂໍ້ “ມໍລະດົກ - ແຫຼ່ງກໍາລັງຂອງຂະແໜງທ່ອງທ່ຽວຫວຽດນາມ” ດ້ວຍຄວາມປາດຖະໜາຢາກຊຸກຍູ້ຄວາມຮັບຮູ້ຂອງວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດທ່ອງທ່ຽວ ກ່ຽວກັບບົດບາດຂອງມໍລະດົກສໍາລັບອະນາຄົດພັດທະນາຂອງຂະແໜງທ່ອງທ່ຽວຫວຽດນາມ. ເຂົ້າຮ່ວມງານຕະຫຼາດນັດປີນີ້ ສືບຕໍ່ຮັກສາຕົວເລກ 505 ຮ້ານ, ຄາດວ່າ ຈະມີປີ້ຍົນລາຄາຖືກຫຼາຍກວ່າ 100.000 ປີ້, ລາຍການທ່ອງທ່ຽວຄົບວົງຈອນ ຫຼາຍກວ່າ 18.000 ລາຍການ ແລະ ຫຼາຍກວ່າ 15.000 ໂປໂມຊັນຫຼຸດລາຄາພິເສດຂຶ້ນເຖິງ 50% ແລະ ລາງວັນທີ່ດູດດື່ມນັບສິບພັນຢ່າງ ຈະໄດ້ວາງຂາຍຢູ່ງານຕະຫຼາດນັດດັ່ງກ່າວ.