ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ອິນເດຍ, ຕອນບ່າຍວັນທີ 06 ພຶດສະພາ, ຢູ່ນະຄອນຫຼວງ New Delhi, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ພົບປະສົນທະນາກັບທ່ານ Droupadi Murmu, ປະທານາທິບໍດີ ອິນເດຍ.
ທີ່ການພົບປະສົນທະນາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນ ຍາມໃດກໍ່ໃຫ້ບຸລິມະສິດສູງແກ່ການຮ່ວມມືກັບ ອິນເດຍ. ຫວຽດນາມ ສະໜັບສະໜູນບົດບາດອັນໃຫຍ່ຫຼວງກວ່າອີກຂອງ ອິນເດຍ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ສະໜັບສະໜູນ ອິນເດຍ ຍູ້ແຮງນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ແລະ ການເຊື່ອມຕໍ່ຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກ ອາຊຽນ.
ເມື່ອແຈ້ງໝາກຜົນການພົບປະເຈລະຈາທີ່ບັນລຸຜົນສຳເລັດກັບທ່ານ Narendra Modi, ນາຍົກລັດຖະມົນຕີ ອິນເດຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ 2 ຝ່າຍໄດ້ເຫັນດີສືບຕໍ່ຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແບບເພີ່ມທະວີ ບົນຈິດໃຈແບ່ງປັນວິໄສທັດ, ເຕົ້າໂຮມຍຸດທະສາດ ແລະ ການຮ່ວມມືຢ່າງແທ້ຈິງ.
ສ່ວນທ່ານປະທານາທິບໍດີ Droupadi Murmu ກໍ່ຢືນຢັນການສະໜັບສະໜູນຢ່າງແຮງຕໍ່ເລື່ອງ 2 ປະເທດສືບຕໍ່ເຮັດໃຫ້ການພົວພັນໃນຂອບເຂດໃໝ່ເລິກເຊິ່ງກວ່າເກົ່າ.




