ໃນ​ອາ​ທິດ​ຜ່ານ​ມາ, ມີຈົດ​ໝາຍ​ທັງ​ໝົດ 450 ສະ​ບັບ ທີ່​ໄດ້​ສົ່ງ​ມາ​ຍັງ VOV5, ສະ​ເພາະ​ລາຍການ​ພາ​ສາ​ລາວ ໄດ້​ຮັບ​ຈົດ​ໝາຍຈາກ​ທ່ານ​ຜູ້​ຟັງ​ລາວ 25 ສະ​ບັບ​. ໃນ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຫຼາຍ​ຄຳ​ແບ່ງ​ປັນ​ທີ່​ຕັ້ງ​ໜ້າ ແລະ ຫຼາຍ​ຄຳ​ຖາມ​ກ່ຽວ​ກັບ​ຂະ​ແໜງ​ທ່ອງ​ທ່ຽວ ຫວຽດ​ນາມ.

ພາຍຫຼັງ​ການໄປ​ທ່ອງ​ທ່ຽວ​ຢູ່ ຫຼີ​ເຊີນ, ແຂວງ ກວາງ​ງາຍ ຫວຽດ​ນາມ, ເພື່ອນ ຈຳ​ພອນ ຢູ່​ນະ​ຄອນຫຼວງ ວຽງ​ຈັນ ໄດ້​ແບ່ງ​ປັນ​ວ່າ: “ຂອບ​ໃຈ​ລາຍ​ການ​ພາກ​ພາ​ສາ​ລາວ ທີ່​ໄດ້​ແນະ​ນຳ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່ ຫຼີ​ເຊີນ​ ໃຫ້​ແກ່​ຂ້າ​ພະ​ເຈົ້າ. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ນີ້​ແມ່ນ​ການ​ທ່ອງ​ທ່ຽວ​ທີ່​ບໍ່​ອາດລືມ​ໄດ້​, ອາ​ກາດ​ດີ, ນ້ຳ​ທະ​ເລ​ຂຽວ​ໃສ ແລະ ມີຫຼາຍ​ການ​ລົງ​ຕົວ​ຈິງ​ທີ່​ຈັບ​ອົກ​ຈັບ​ໃຈ​ຫຼາຍ”.

ຖັດ​ມາ​ແມ່ນ​ຄຳ​ແບ່ງ​ປັນ​ຂອງ​ເພື່ອນ ຄຳ​ແກ້ວ ກ​ໍ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ ເຊັ່ນ​ດຽວ​ກັນ. ເພື່ອນ ​ຄຳ​ແກ້ວ ໄດ້​ຂຽນ​ມາ​ວ່າ: “ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຈຳ​ນວນຕົວເລກ​ແຂກ​ທ່ອງ​ທ່ຽວທີ່ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ໂອ​ກາດ​​ສະ​ເຫຼີ​ມ​ສະຫຼອງວັນ​ປົດ​ປ່ອຍ​ພ​າກ​ໃຕ້ ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ວັນ​ທີ 30 ເມ​ສາ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ ວັນ​ທີ 01 ພຶດ​ສະ​ພາ ​ຜ່ານ​ມາ ແລະ ຂໍ​ຊົມ​ເຊີຍ 9 ຈຸດ​ໝາຍ​ປາຍ​ທາງ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກວາ​ລະ​ສານ​ທ່ອງ​ທ່ຽວ Lonely Planet ວ່າ ເປັນ​ສິ່​ງ​ມະ​ຫັດ​ສະ​ຈັນ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ ຫວຽດ​ນາມ. ໃນ 9 ສິ່ງ​ມະ​ຫັດ​ສະ​ຈັນ​ນັ້ນ, ຂ້າ​ພະ​ເຈົ້າ​ເຄີຍ​ມີ​ໂອ​ກາດ​ໄປ​ຢ້ຽມ​ຊົມ​ ອ່າວ​ ຮະ​ລອງ ແລະ ຝູກວັກ, ເຊິ່ງ​ລ້ວນ​ແລ້ວ​ແຕ່​ແມ່ນ​ບັນ​ດາ​ຈຸດ​ໝາຍ​ປາຍ​ທາງ​ທີ່​ສຸດຍອດຫຼາຍ. ສ່ວນ ໂນ​ນ​ຊາຍ ໝຸຍ​ແໜ ແມ່ນ​ສະ​ຖານ​ທີ່​​ຂ້ອນຂ້າງໃໝ່​ສຳ​ລັບ​ຂ້າ​ພະ​ເຈົ້າ, ບໍ່ຮູ້ວ່າ ໂນນຊາຍນີ້​ຢູ່​ແຂວງ​ໃດ ແລະ ມີ​ຈຸດ​ພິ​ເສດ​ຫຍັງ​ແດ່?”

ໂນນ​ຊາຍ ໝຸຍ​ແໜ ຕັ້ງ​ຢູ່​ແຂວງ ເລີມ​ດົ່ງ​ ຂອງ ຫວຽດ​ນາມ ໂດຍມີ​ຄວາມ​ດູດ​ດື່ມ​ອັນ​ເປັນ​ເອ​ກະ​ລັກໃນຕົວ​ຂອງ​ຫາຍ​ຊາຍ​ແຄມ​ທະ​ເລ​ພາ​ກ​ກາງ​ຕອນ​ໃຕ້ ຫວຽດ​ນາມ. ໝຸຍ​ແໜ ພົ້ນ​ເດັ່ນ​ຂຶ້ນ​ດ້ວຍ​ລະ​ບົບ​ໂນນ​ຊາຍ​ສີ​ເຫຼືອງ ແລະ ຂາວ​ທີ່ກວ້າງ​ໃຫຍ່, ໂດຍ​ໄດ້​ຮັບ​ການ​ສ້າງ​​ຂຶ້ນ​ຜ່ານ​ການ​ກະ​ທົບ​ຈາກ​ລົມ​ທະ​ເລ​ມາ​ເປັນ​ເວ​ລາ​ນັບ​ພັນ​ປີ. ການ​ເຄື່ອນຍ້າຍທີ່ບໍ່ຮູ້ຢຸດ​ຂອງ​ຊາຍ​ໄດ້​ສ້າງ​ເປັນ​ບັນ​ດາ​ຮູບ​​ພູ​ມີ​ສັນ​ຖານທີ່​ມີ​ການ​ປ່ຽນ​ແປງ​ຢູ່ຕະຫຼອດເວລາ, ເຮັດ​ໃຫ້​ຜູ້ໄດ້ໄປເຖິງ​ຄິດ​ເຖິງ​ບັນ​ດາທະເລຊາຍ​ທີ່​ມີ​ຊື່​ສຽງ​ໃນ​ໂລກ. ບໍ່​ພຽງ​ແຕ່​ມີ​ທັດ​ສະ​ນີ​ຍະ​ພາບ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ​ເທົ່າ​ນັ້ນ, ໂນນ​ຊາຍ ໝຸຍ​ແໜ ຍັງ​ມີຫຼາຍ​ກິດ​ຈະ​ກຳ​ລົງ​ຕົວ​ຈິງ​ທີ່​ເປັນ​ເອ​ກະ​ລັກ​ເຊັ່ນ: ຫຼີ້ນກະດານ​ຊາຍ (Sandboarding), ຂີ່​ລົດ off-road ຫຼື ຖ່າຍ​ຮູບ​ຍາມຮຸ່ງອາ​ລຸນ ແລະ ສາ​ຍັນ. ຄວາມ​ກົງ​ກັນ​ຂ້າ​ມ​ລະ​ຫວ່າງ​ສີ​ເຫຼືອ​ງ​ຂອງ​ຊາຍ, ສີ​ຂຽວ​ຂອງ​ນ້ຳ​ທະ​ເລ ແລະ ທ້ອງ​ຟ້າ​ທີ່​ສົດ​ໃສ ໄດ້​ສ້າງ​ພື້ນ​ທີ່​ທີ່​ເຕັມ​ໄປ​ດ້ວຍຄວາມ​ງາມ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ພາ​ຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ທ່ຽວ​ຊົມ​ເປັນ​ຈຳ​ນວນຫຼາຍ. ຫວ່າງ​ມໍ່ໆ​ມາ​ນີ້, ໝຸຍ​ແໜ ຍັງ​ໄດ້​ຮັບ​ການ​ເຊີດ​ຊູ​ຈາກ ແພຼດ​ຟອມ ​ທ່ອງ​ທ່ຽວ Booking.com ວ່າ ເປັນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ໝາຍ​ປາຍ​ທາງ​ທີ່​ເປັນ​ທ່າ​ອ່ຽງ​ຂອງ​ປີ 2026 ຍ້ອນ​ມີ​ທັດ​ສະ​ນີ​ຍະ​ພາບ “ເໜືອ​ຈິງ”, ຈັງ​ຫວະ​ຊີ​ວິດ​ອັນ​ສະ​ຫງົບ​ງຽບ ແລະ ແມ່ນ “​ແດນ​ສະ​ຫວັນ” ສຳ​ລັບ​ບັນ​ດາ​ປະ​ເພດ​ກິ​ລາ​ທະ​ເລ.

ບັນ​ດາ​ຜູ້​ຈັດ​ທຳ​ລາຍ​ການ​ພວກ​ຂ້າ​ພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ​ເມື່ອ​ໄດ້​ຮັບ​ຈົດ​ໝາຍ ແລະ ຄຳ​ແບ່ງ​ປັນ​ຈາກ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທຸກ​ທ່ານ. ຂໍ​ຂອບ​ໃຈ​ທຸກໆ​ທ່ານ​ທີ່​ໄດ້​ສະ​ໜັບ​ສະ​ໜູນ, ຕິດ​ຕາມ ແລະ ຝາກ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​ພາກ​ພາ​ສາ​ລາວ ກໍ​ຄື VOV5. ສືບ​ຕໍ່​ລາຍ​ການ, ເຊີນ​ທ່ານ​ຮັບ​ຟັງ​ຄຳ​ແບ່ງ​ປັນ​ມາ​ຈາກ​ຜູ້​ຟັງ ຍີ່​ປຸ່ນ. ໃນ​ຈົດ​ໝາຍ, ເພື່ອນ Wada Yoshiaki ໄດ້​ຂຽນ​ວ່າ: “ຜ່ານ​ການ​ຕິດ​ຕາມລາຍ​ການ​ຂອງ VOV, ຂ້າ​ພະ​ເຈົ້າເຫັນ​ວ່າ ບໍ່​ພຽງ​ແຕ່​ມີ​ຜູ້​ຟັງ​ຊາວ ຍີ່​ປຸ່ນ​ ເທົ່າ​ນັ້ນ ຫາກ​ຍັງ​ມີ​ຜູ້​ຟັງ​ປະ​ເທດ​ອື່ນ​ໆ​ອີກ ເຊັ່ນ ບ​ຣາ​ຊິນ, ຈີ​ເລ, ອິນ​ເດຍ… ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ VOV ຍາດ​ໄດ້​ບັນ​ດາ​ບາດ​ກ້າວ​ໃດ​ໜຶ່ງ​ທີ່ແນ່ນອນໃນ​ຂົງ​ເຂດ​ກະ​ຈາຍ​ສຽງ. ຊົມ​ເຊີຍ VOV!”

ນອກ​ຈາກ​ຄຳ​ຊົມ​ເຊີຍ​, ເພື່ອນ Wada Yoshiaki ຍັງ​ຢາກ​ຮູ້​ວ່າ: ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ ມີ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ພິ​ເສດ​ຈັກ​ແຫ່ງ?

ພາຍຫຼັງ​ການ​ຈັດ​ອັນ​ດັບ​ຄັ້ງ​ທີ 19 ຂອງ​ປີ 2026, ປັດ​ຈຸ​ບັນ, ຫວຽດ​ນາມ ມີ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ພິ​ເສດ​ທັງ​ໝົດ 153 ແຫ່ງ. ​ທົ່ງ​ພຽງ​ແມ່​ນ້ຳ​ແດງ ແມ່ນ​ເຂດມີຫຼາຍ​ປ​ູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ​ດ້ວຍ 64 ປູ​ຊະ​ນີ​ຍະ​ສະ​ຖານ. ບັນ​ດ​າ​ແຂວງ, ນະ​ຄອນ​ທີ່​ມີຫຼາຍ​ປູ​ຊະ​ນີ​ຍະ​ສະ​ຖານແມ່ນ ນະ​ຄອນຫຼວງ ຮ່າ​ໂນ້ຍ, ເຊິ່ງເປັນທ້ອງ​ຖິ່ນ​ທີ່​ມີປູ​ຊະ​ນີ​ຍະ​ສະ​ຖານລະ​ດັບ​ຊາດ​ພິ​ເສດ​ຫຼາຍກວ່າ​ໝູ່​ຢູ່ ຫວຽດ​ນາມ ດ້ວຍ 22 ແຫ່ງ, ພົ້ນ​ເດັ່ນ​ແມ່ນ ພະ​ລາດ​ຊະ​ວັງ​ທັງ​ລອງ, ວັນ​ໝຽວ - ​ກວັກ​ຕື໋​ຢາມ (ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ), ໜອງ ຮ​ວ່ານ​ກຽມ - ວິ​ຫານ ງອກ​ເຊີນ ແລະ ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານກ່ຽວ​ຂ້ອງ​ເຖິງ​ປະ​ທານ ໂຮ່​ຈີ​ມິນ; ແຂວງ ນິງ​ບິ່ງ ມີ 10 ແຫ່ງ, ຫາຍ​ຟ່ອງ ມີ 9 ແຫ່ງ. ບັນ​ດາ​ມໍ​ລະ​ດົກໂລກ ຢູ່ ຫວຽດ​ນາມ ກໍ​ລ້ວນ​ແລ້ວ​ແຕ່​ໄດ້​ຈັດ​ເປັນປູ​ຊະ​ນີ​ຍະ​ສະ​ຖານລະ​ດັບ​ຊາດ​ພິ​ເສດ.

ກ່ອນຈະ​ສິ້ນ​ສຸດ​ລາຍ​ການ​ມື້​ນີ້, ພວກ​ຂ້າ​ພ​ະ​ເຈົ້າ​ຂໍ​ຕອບ​ຄຳ​ຖາມ​ຂອງ​ເພື່ອນ ອຸ່ນ​ຄຳ ຢູ່ແຂວງ ຈຳ​ປາ​ສັກ. ເພື່ອນ​ຖາມ​ກ່ຽວ​ກັບ​ສະ​ພາບ​ການ​ທ່ອງ​ທ່ຽວ​ໃນ​ໄຕ​ມາດ​ທີ 1 ປີ 2026 ຂອງ ຫວຽດ​ນາມ. ນີ້​ກໍ​ແມ່ນ​ຂໍ້​ມູນ​ທີ່​ເພື່​ອນ Sun Phol ຢູ່ ພະ​ນົມ​ເປັນ, ກຳ​ປູ​ເຈຍ ຢາກ​ໃຫ້​ VOV5 ແນ​ະ​ນຳ.

ເຖິງວ່າໃນ​ສະ​ພາບ​ການ​ທ່ອງ​ທ່ຽວ​ໂລກ​ຖືກ​ຜົນ​ກະ​ທົບຫຼາຍ​ຢ່າງ​ຈາກ​ການ​ປະ​ທະ​ກັນ​ດ້ານ​ພູ​ມີ​ສາດ​ການ​ເມືອງ, ຄ່າ​ຂົນ​ສົ່ງໂດຍສານ​ເພີ່ມ​ຂຶ້ນ​ສູງ ແລະ ຂະ​ແໜງ​ການ​ບິນ​ຖືກ​ຂາດ​ວັກ​ຂາດ​ຕອນ​ກໍ​ຕາມ, ​ແຕ່​ຂະ​ແໜງ​ທ່ອງ​ທ່ຽວ ຫວຽດ​ນາມ ໃນ 3 ເດືອນ​ຕົ້ນ​ປີ 2026 ຍັງ​ຄົງ​ຮັກ​ສາ​ທ່າ​ເຕີບ​ໂຕທີ່​ເປັນ​ໜ້າ​ປະ​ທັບ​ໃຈ, ສືບ​ຕໍ່​ຢັ້ງ​ຢືນ​ກຳ​ລັງ​ດູດ​ດື່ມຂອງ​ຈຸດ​ປາຍທາງ​ທີ່​ປອດ​ໄພ, ມີຄວາມເປັນປົກກະຕິ. ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ທັງ​ໝົດ​ທີ່​ບັນ​ລຸ​ໄດ້​ໃນ​ໄຕ​ມາ​ທີ 1 ປີ 2026 ແມ່ນ 6,75 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 12,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ຈີນ ແລະ ສ.ເກົາຫຼີ ສືບ​ຕໍ່​ແມ່ນ​ສອງ​ຕະຫຼາດ​ໃຫຍ່​ສຸດ, ກວມ​ເອົາ​ປະ​ມານ 40% ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ທັງ​ໝົດ​ທີ່​ມາ ຫວຽດ​ນາມ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ, ຈຳນວນ​ແຂກ​ທ່ອງ​ທ່ຽວ​ທີ່ມາ​ຈາກ​ບັນ​ດາ​ຕະຫຼາດ ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ອາ​ຊີ​ໃຕ້ ເພີ່​ມ​ຂຶ້ນ​ຢ່າງ​ແຮງ, ໃນນັ້ນ​ມີ ອິນ​ເດຍ ແລະ ຟີ​ລິບ​ປິນ ລ້ວນ​ແຕ່​ບັນ​ລຸ​ລະ​ດັບ​ເພີ່ມ​ຂຶ້ນ​ເກືອບ 70%, ເຊິ່ງໄດ້ຊີ້​ໃຫ້​ເຫັນ​ທ່າ​ອ່ຽງ​ເປີດກວ້າງ​ຕະຫຼາດ​ທີ່​ນັບ​ມື້​ນັບ​ຈະ​ແຈ້ງກວ່າ​ເກົ່າ.