(ພາບ: baoquocte.vn)
ທ່ານນາງ ເລທິທູຮັ່ງ ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນທີ່ຍັງຫຼາຍຢູ່ ແລະ ສະເໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາເນື້ອໃນຂອງຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງປະສິດທິຜົນ, ພິເສດແມ່ນໃນບັນດາຂົງເຂດການຄ້າ - ການລົງທຶນ, ການເງິນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຫັນປ່ຽນພະລັງງານ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ທ່ານນາງກໍ່ສະເໜີໃຫ້ ອັງກິດ ສ້າງເງື່ອນໄຂສະດວກໃນການສະໜອງວີຊາໃຫ້ແກ່ພົນລະເມືອງ ຫວຽດນາມ.
ສ່ວນທ່ານເອກອັກຄະລັດຖະທູດ Iain Frew ຢືນຢັນວ່າ ລາຊະອານາຈັກ ອັງກິດ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນດ້ານການຄ້າ - ການລົງທຶນ, ກໍ່ສ້າງສູນການເງິນສາກົນ, ພ້ອມກັນນັ້ນ ກໍ່ສະແດງຄວາມຫວັງຢາກສ້າງຮາກຖານການສຶກສາຂອງ ອັງກິດ ຢູ່ ຫວຽດນາມ.
2 ຝ່າຍໄດ້ເຫັນດີເຫັນພ້ອມສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ເພື່ອແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ສ້າງກຳລັງໜູນຊຸກຍູ້ການຮ່ວມມືຢ່າງຮອບດ້ານ.




