(ພາບປະກອບ: AFP/TTXVN)

ວັນທີ 22 ພຶດສະພາ, ທ່ານນາງ Angkie Yudistia ໂຄສົກຂອງຫ້ອງວ່າການປະທານາທິບໍດີ ອິນໂດເນເຊຍ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ກໍເຂົ້າໃຈວ່າ ບຸນປີໃໝ່ Idul Fitri ແມ່ນເວລາເພື່ອອະໄພໃຫ້ກັນ ແລະ ຮັດແໜ້ນຄວາມສະໜິດຕິດພັນການພົວພັນໃນຄອບຄົວ ແລະ ເພື່ອນມິດ. ເຖິງຢ່າງໃດກໍຕາມ, ພວກເຮົາທຸກຄົນຕ້ອງຮັກສາໄລຍະຫ່າງ ແລະ ແທນທີ່ນັ້ນຈະໂອ້ລົມກັນຜ່ານທາງອອນລາຍ.

ໃນວັນດຽວກັນ, ຫ້ອງວ່າການນາຍົກລັດຖະມົນຕີ ມາເລເຊຍ ແຈ້ງໃຫ້ຊາບວ່າ ທ່ານນາຍົກລັດຖະມົນຕີ Muhyiddin Yassin ຈະຕ້ອງປະຕິບັດການແຍກຕົວຢູ່ບ້ານສ່ວນຕົວ ພາຍໃນ 14 ວັນ ພາຍຫຼັງມີເຈົ້າໜ້າທີ່ທ່ານໜຶ່ງເຂົ້າຮ່ວມກອງປະຊຸມຫວ່າງມໍ່ໆມານີ້ ໂດຍທ່ານນາຍົກລັດຖະມົນຕີ ມາເລເຊຍ ເປັນປະທານ ໄດ້ມີຜົນເປັນບວກກັບໂລກລະບາດໂຄວິດ - 19. ຕາມການຖະແຫຼງການແລ້ວ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Muhyiddin Yassin ໄດ້ຮັບການກວດວິໄຈ ແລະ ມີຜົນເປັນລົບ ກັບໂລກລະບາດໂຄວິດ - 19.