ເຂົ້າຮ່ວມເຫດການນີ້ ມີພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ຫຼາຍນະຄອນຂອງ ອິນໂດເນເຊຍ, Timor Leste ພ້ອມດ້ວຍພະນັກງານ, ພາລະກອນບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳ ອິນໂດເນເຊຍ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ຈັດຕັ້ງງານສະເຫຼີມສະຫຼອງປີໃໝ່ວົງຄະນະຍາດ ປີ ສະຫຼູ 2021 ພາຍໃຕ້ຮູບການທາງອອນລາຍ (ພາບ: ເຮືອງຈ່າ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ) |
ໃນວັນດຽວກັນ, ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ກໍ່ໄດ້ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ວົງຄະນະຍາດ, ຕ້ອນຮັບລະດູບານໃໝ່ປີສະຫຼູ 2021 ໂດຍມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ພ້ອມດ້ວຍເພື່ອນມິດ ອົດສະຕາລີ ແລະ ສາກົນ ເປັນຈຳນວນຫຼວງຫຼາຍ. ຍ້ອນພວມປະຕິບັດງານຢູ່ ຫວຽດນາມ, ສະນັ້ນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕິດແທັ່ງ ໄດ້ກ່າວຄຳປາໄສຜ່ານຄຼິບວີດີໂອ ແລະ ຕາງໜ້າໃຫ້ການນຳພັກ, ລັດ ຫວຽດນາມ ສົ່ງຄຳອວຍພອນປີໃໝ່ອັນອົບອຸ່ນມາຍັງພໍ່ແມ່ປະຊາຊົນຊາວຫວຽດນາມ ທີ່ ອາໄສຢູ່ ອົດສະຕາລີ ແລະ ແຂກຖືກເຊີນທຸກຖ້ວນໜ້າ. ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັ່ງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການພົວພັນລະຫວ່າງສອງປະເທດ ຈະສືບຕໍ່ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ຍ້ອນມີບັນດານະໂຍບາຍສຳຄັນ ທີ່ຫາກໍໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ.
ໃນຊຸມມື້ນີ້, ສະຖານທູດ ຫວຽດນາມ ປະຈຳ ຕັງຊານີ, ສະຖານທູດ ຫວຽດນາມ ປະຈຳ ອີຕາລີ ກໍໄດ້ຈັດຕັ້ງການພົບປະສັງສັນກັບພໍ່ແມ່ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອີຕາລີ, ສາທາລະນະລັດ ໄຊປຣັດ ແລະ ສາທາລະນະລັດ ມານຕາ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີ ສະຫຼູ 2021 ເຊັ່ນດຽວກັນ.








