VOV WorldVOV World
ປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງຢ່າງເປັນທາງການ
31/12/2015 11:04
vovworld)- ​ວັນ​ທີ 31/12/2015, ມ​າ​ເລ​ເຊຍ ປະ​ເທດ​​ປະ​ທານ ໝູນ​ວຽນຂອງ​ອາ​ຊຽນ ໃນ​ປີ 2015 ໄດ້​ຖະ​ແຫລງວ່າ: ປະ​ຊາ​ຄົມ ອາ​ຊຽນ
ປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງຢ່າງເປັນທາງການ
ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງກ່າວ​ຄຳ​ເຫັນ​ທີ່​ພິ​ທີ ພາບ:tuoitre.vn (vovworld)-  ​ວັນ​ທີ 31/12/2015, ມ​າ​ເລ​ເຊຍ ປະ​ເທດ​​ປະ​ທານ ໝູນ​ວຽນຂອງ​ອາ​ຊຽນ ໃນ​ປີ 2015 ໄດ້​ຖະ​ແຫລງວ່າ: ປະ​ຊາ​ຄົມ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ, ເປັ​ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ ອາ​ຊຽນ. ທ່ານ Anifah Aman, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ມ​າ​ເລ​ເຊຍ ຊົມ​ເຊີຍ​ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ແລະ ເນັ້ນ​ຫນັກ​ວ່າ ສິ່ງນີ້​ຈະ​ຫນູນ​ຊ່ວຍ​ເພີ່ມ​ທະ​ວີ​ການ​ສ້າງ​ປະ​ຊາ​ຄົມ ແລະ ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນກວ່າ​ອີກ ກໍ​ຄື​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຕາມ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ ຫລັງ​ປີ 2025 ແລະ ຖະ​ແຫລງ​ການ ກົວ​ລາ​ລຳ​ເປີ ກ່ຽວ​ກັບ ອາ​ຊຽນ 2025.         ເພື່ອ​ສະ​ເຫລີມ​ສະ​ຫລອງ​ເຫດ​ການນີ້, ຕອນ​ເຊົ້າ​ວັນ​ທີ 31/12 ຢູ່ ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ຊັກ​ທຸງ ອາ​ຊຽນ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ໂດຍ​ມີ​ການ​ເຂົ້າ​ຮ່ວ​ມ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ຣົກ ພ້ອມ​ດ້ວຍ​ອັກ​ຄະ​ລັດ​ຖະ​ທູດ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ, ຜູ້​ສັງ​ເກດ​ການ ແລະ ບັນ​ດາ​ປະ​ເທດ​ຄູ່​ເຈ​ລະ​ຈາ ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຢືນ​ຢັນວ່າ: ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ແມ່ນ​ໝາກ​ຜົນ​ແຫ່ງ​ການ​ສູ້​ຊົນ​ບືນ​ຂຶ້ນ​ຂອງທຸກ​ ປະ​ເທດ ອາ​ຊຽນ ໃນ​ໄລ​ຍະ​ເກືອບ​ທົດ​ສະ​ວັດ​, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ໃຫ້​ທັງ​ໝົດ​ປະ​ເທດ ນັ້ນ​ແມ່ນ​ປັດ​ໄຈ​ຕັດ​ສິນ ນຳ​ອາ​ຊຽນ ປະ​ສົບ​ຜົນ​ສຳ​ເລັດ​ຄື​ປະ​ຈຸ​ບັນ. ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ເນັ້ນ​ຫນັກ​ວ່າ:        
TAG
vovworld/ປະ​ຊາ​ຄົມ