ປະຊາຊົນທຸກຊັ້ນວັນນະສະແດງຄວາມເຊື່ອໝັ້ນເຂົ້າຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ
14/01/2016 07:27
ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 11 ຖືກອັດລົງໃນຕອນບ່າຍວັນທີ 13/1 ແລະ ອອກແຈ້ງການໃຫ້ຮູ້ວ່າ: ກອງປະຊຸມບັນລຸຜົນສຳເລັດຢ່າງຈົບງາມ. ກອງປະຊຸມຖືກດຳເນີນໄປໃນແຕ່ວັນທີ 11 – 13/1

ພາບປະກອບ (vovworld) – ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 11 ຖືກອັດລົງໃນຕອນບ່າຍວັນທີ 13/1 ແລະ ອອກແຈ້ງການໃຫ້ຮູ້ວ່າ: ກອງປະຊຸມບັນລຸຜົນສຳເລັດຢ່າງຈົບງາມ. ກອງປະຊຸມຖືກດຳເນີນໄປໃນແຕ່ວັນທີ 11 – 13/1, ໄດ້ປະຕິບັດສຳເລັດທຸກເນື້ອໃນໂຄງການທີ່ໄດ້ວາງອອກ, ໃນນັ້ນສຸມໃສ່ປຶກສາຫາລື, ຮັບຮອງເອົາແຜນນະໂຍບາຍລົງນາມໃນສັນຍາຄູ່ຮ່ວມມືຂ້າມປາຊີຟີກ (TPP), ສືບຕໍ່ປັບປຸງແຜນບຸກຄະລາກອນຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາຊຸດທີ 12 ແລະ ກະກຽມບຸກຄະລາກອນການນຳຫລັກແຫລ່ງຊຸດທີ 12… ທີ່ວາລະອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນ, ຢັ້ງຢືນວຽກງານການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກແມ່ນໄດ້ສຳເລັດໂດຍພື້ນຖານຖືກຕາມຈຸດໝາຍ, ຄວາມຮຽກຮ້ອງຕ້ອງການ ແລະ ແຜນການທີ່ໄດ້ວາງອອກ. ກອງປະຊຸມຄັ້ງນີ້ສືບຕໍ່ດຶງດູດຄວາມສົນໃຈ, ການຕິດຕາມຂອງປະຊາຊົນທົ່ວປະເທດ. ທ່ານ ຫງວຽນແທງລີ໋, ນະຄອນ ບວນມາທວດ, ແຂວງ ດັກລັກ ຕີລາຄາສູງຜົນສຳເລັດຂອງກອງປະຊຸມ: “ຜ່ານຂໍ້ສະຫລຸບຂອງທ່ານເລຂາທິການໃຫຍ່, ຂ້າພະເຈົ້າເຫັນວ່າມີ 2 ບັນຫາໃຫຍ່. ບັນຫາທີ່ໜຶ່ງແມ່ນບັນຫາເຊື່ອມໂຍງ TPP, ບັນຫາທີສອງແມ່ນສະຫລຸບກອງປະຊຸມຄັ້ງທີ 14 ຊຸດທີ 11. ຂ້າພະເຈົ້າເຫັນວ່າກອງປະຊຸມຄັ້ງນີ້ບັນລຸຜົນສຳເລັດຢ່າງຈົບງາມ. ບັນຫາໄດ້ຮັບການປຶກສາຫາລືຢ່າງມີປະຊາທິປະໄຕ, ເປີດເຜີຍເລິກເຊິ່ງ ແລະ ກ້ວາງຂວາງ”
TAG
vovworld/ພັກກອມມູນິດ ຫວຽດນາມ
Related
More




