ກ່າວຄຳເຫັນທີ່ກອງປະຊຸມຄະນະປະຈຳຄະນະພັກສະພາແຫ່ງຊາດກັບຫົວໜ້າໜ່ວຍພັກຄະນະສະມາຊິກສະພາແຫ່ງຊາດຂອງບັນດາແຂວງ, ນະຄອນ ກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ຕອນບ່າຍວັນທີ 16 ຕຸລາ ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັກວ່າ, ໄມ້ຫຼ້າວັດແທກຜົນສຳເລັດຂອງກອງປະຊຸມບໍ່ໄດ້ນອນຢູ່ທີ່ຈຳນວນກົດໝາຍທີ່ໄດ້ຮັບຮອງ, ຫາກຍັງແມ່ນຢູ່ບ່ອນວ່າ ແຕ່ລະຂໍ້ຄວາມຕັດສິນສາມາດແກ້ໄຂຈຸດອຸດຕັນ, ປຸກລຸກແຫຼ່ງກຳລັງໄດ້ຫຼືບໍ່ ແລະ ບໍ່ຖືການປັບປຸງກົດໝາຍແທນທີ່ຮັບຜິດຊອບປະຕິບັດ, ແຕ່ຍັງບໍ່ປະໃຫ້ບັນດາຂໍ້ກຳນົດທີ່ຫຼ້າຫຼັງສືບຕໍ່ກີດຂວາງການພັດທະນາ. ທ່ານປະທານ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ, ປະລິມານວຽກງານແມ່ນຫຼາຍໃນເວລາສັ້ນໆ, ສະນັ້ນ, ຈິດໃຈລຸລ່ວງແມ່ນ: ຮີບເຮັ່ງແຕ່ບໍ່ປະໝາດ, ການຕັດສິນໄວແຕ່ບໍ່ແມ່ນງ່າຍດາຍ, ບໍ່ແລກຄຸນນະນະບເອົາການປ່ຽນແປງໃໝ່ຢ່າງແຮງ.
ກ່ຽວກັບວຽກງານຕິດຕາມກວດກາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສະເໜີການຕິດຕາມກວດກາຕ້ອງຕິດພັນກັບຄວາມຮັບຜິດຊອບ ແລະ ໝາກຜົນໃນຕົວຈິງ.






