ວັນທີ 24 ກໍລະກົດ, ຢູ່ມານີລາ, ຟີລິບປິນ ໄດ້ດຳເນີນພິທີສະເຫຼີມສະຫຼອງ 50 ປີແຫ່ງສົນທິສັນຍາເປັນມິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC). ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເຫດການ. ນະທີ່ນີ້, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານເຂົ້າຮ່ວມ TAC ຂອງ 4 ປະເທດ ຊູແອັດ, ໂປໂລຍ, ໂຣມານີ ແລະ ລິດວາ.
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືກ່ຽວກັບການເພີ່ມທະວີຄວາມໝັ້ນຄົງ ແລະ ການຮ່ວມມືທາງທະເລ, ຄະນະຜູ້ແທນ ຫວຽດນາມ ຢັ້ງຢືນບັນດາຫຼັກການ ທີ່ໄດ້ທົດສອບຜ່ານວັນເວລາຂອງ TAC, ລວມມີ ການເຄົາລົບອະທິປະໄຕ, ບໍ່ນຳໃຊ້ອາວຸດ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບໍ່ພຽງແຕ່ໝູນໃຊ້ຢູ່ເຂດດິນຕໍ່ແຜ່ນເທົ່ານັ້ນ ຫາກຍັງແມ່ນພື້ນຖານຊຸກຍູ້ການພົວພັນລະຫວ່າງບັນດາປະເທດໃນບັນດາມະຫາສະໝຸດ ແລະ ເຂດທະເລເຊື່ອມຈອດພາກພື້ນ. ຫວຽດນາມ ເນັ້ນໜັກຫຼັກໝັ້ນຫຼັກການຂອງ ຫວຽດນາມ ກ່ຽວກັບຄວາມໝັ້ນຄົງທາງທະເລ, ພົ້ນເດັ່ນແມ່ນຫຼັກການເຄົາລົບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.


.jpg)





