ໂດຍປະຕິບັດການຫັນເປັນສີຂຽວ ປ່ຽນແທນພາຫະນະທີ່ໃຊ້ພະລັງງານ ຟອດຊິນ ມາເປັນພາຫະນະໄຟຟ້າ, ແຕ່ຕົ້ນເດືອນ ມິຖຸນາ ຂອງປີນີ້ ເຂດພິເສດ ກົນດ໋າວ ໄດ້ນຳໃຊ້ລະບົບລົດເມ ແລະ ລົດແທັກຊີໄຟຟ້າເຂົ້າມາໃຫ້ບໍລິການ. ຈາກການນຳໃຊ້ຮູບແບບເສດຖະກິດໝູນວຽນເຊິ່ງ ກົນດ໋າວ ໄດ້ຜັນຂະຫຍາຍມາແຕ່ສອງປີກ່ອນເຖິງປັດຈຸບັນ ໄດ້ກາຍເປັນພື້ນຖານຊ່ວຍໃຫ້ປະຊາຊົນ ແລະ ວິສາຫະກິດເຂົ້າໃຈກ່ຽວກັບແຜນດຳເນີນງານ, ນະໂຍບາຍໄດ້ຢ່າງຈະແຈ້ງ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າໃນຂະບວນການຫັນເປັນສີຂຽວ. ທ່ານ ນາງ ເລ ມົ້ງ ທູ, ຮອງຜູ້ອຳນວຍການໂຮງແຮມ ໄຊງ່ອນ – ກົນດ່໋າວ, Saigontourist ໃຫ້ຮູ້ວ່າ:
ຕາມແຜນນະໂຍບາຍຂອງ ນະຄອນໂຮ່ຈີມິນ, ກົນດ໋າວ ໄດ້ທົດລອງການຫັນເປັນຄົມມະນາຄົມສີຂຽວ, ດັ່ງນັ້ນ ທາງໂຮງແຮມກໍຫັນປ່ຽນມານຳໃຊ້ພາຫະນະໄຟຟ້າ,ເປັນ ໂຮງແຮມນຳໜ້າໃນການປະຕິບັດຕາມນະໂຍບາຍຂອງເຂດພິເສດ ກົນດ໋າວ.
ພາຍຫຼັງທີ່ ກົນດ໋າວ ໄດ້ເຊື່ອມຕໍ່ລະບົບຕາໜ່າງໄຟຟ້າແຫ່ງຊາດເປັນເວລາເກືອບໜຶ່ງປີ, ມີຫຼາຍຄອບຄົວດຳເນີນທຸລະກິດ ແລະ ວິສາຫະກິດ ໄດ້ເປັນເຈົ້າການໃນການຫັນມານຳໃຊ້ພາຫະນະໄຟຟ້າ. ແຕ່ວ່າ ສິ່ງທີ່ຫຍຸ້ງຍາກກວ່າໝູ່ໃນປັດຈຸບັນແມ່ນ ເມື່ອນຳໃຊ້ພາຫະນະໄຟຟ້າແລ້ວ ແຕ່ຂາດແຄນສະຖານີສາກໄຟຟ້າ ແລະ ຕູ້ປ່ຽນແບັດເຕີຣີ. ທ່ານ ຫງວຽນ ຮວ່າງ ເຟືອງ, ຜູ້ອຳນວຍການບໍລິສັດ Paulo Condor Travel, ໄດ້ສະແດງຄວາມປາດຖະໜາວ່າ:
ຕ້ອງສົ່ງເສີມການສ້າງສະຖານີສາກໄຟໃຫ້ໄວທີ່ສຸດ. ຢູ່ ກົນດ໋າວ ມີບາງຄອບຄົວ ແລະ ວິສາຫະກິດ ໄດ້ປ່ຽນມານຳໃຊ້ຮູບແບບພາຫະນະໄຟຟ້າແລ້ວ, ແຕ່ສ່ວນໃຫຍ່ແມ່ນຕ້ອງສາກໄຟຟ້າຢູ່ເຮືອນ ສະນັ້ນ ເຮັດໃຫ້ມີຜົນສະທ້ອນເຖິງຄວາມສ່ຽງເກີດອັກຄີໄພ. ຫວັງວ່າ ຈະມີການເລັ່ງສົ່ງເສີມການສ້າງສະຖານີສາກໄຟຟ້າໃນໄວໆນີ້ ແລະ ຫັນເປັນຫຼາຍຮູບແບບກວ່າເກົ່າ.
ການຫັນເປັນສີຂຽວໃນປັດຈຸບັນ ກົນດ໋າວ ພວມໄດ້ກຳນົດວ່າ ເປັນມາດຕະການແກ້ໄຂບຸກທະລຸ ເພື່ອພັດທະນາແບບຍືນຍົງ. ຄາດວ່າ ໝົດໄຕມາດ 1 ຂອງປີ 2027 ກົນດ໋າວຈະສາມາດສຳເລັດການຫັນປ່ຽນມາໃຊ້ພາຫະນະມາທີ່ນຳໃຊ້ພະລັງງານສະອາດໄດ້ໂດຍພື້ນຖານ, ຍົກເວັ້ນແຕ່ບັນດາພາຫະນະທີ່ມີລັກສະນະສະເພາະ ເຊັ່ນ ລົດບັນທຸກ ແຕ່ 2,5 ໂຕນຂຶ້ນໄປ, ລົດສຸກເສີນ, ລົດດັບເພີງ, ພາຫະນະຮັບໃຊ້ກະສິກຳ, ປ່າໄມ້, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ພາຫະນະສະເພາະອື່ນໆ.
ເພື່ອຊຸກຍູ້ແຜນການຫັນເປັນລະບົບຄົມມະນາຄົມສີຂຽວ, ອຳນາດການປົດຄອງເຂດພິເສດ ກົນດ໋າວ ກຳລັງຄົ້ນຄວ້າເກັບໂຮມ, ແກ້ໄຂ ແບັດເຕີຣີ ເສດເຫຼືອຈາກພາຫະນະ ໄຟຟ້າ, ຈັດການປ່ຽນແທນພາຫະນະຄົມມະນາຄົມເກົ່າ; ພັດທະນາເຄືອຂ່າຍໂຄງລ່າງພື້ນຖານຂອງສະຖານີສາກໄຟຟ້າ ແລະ ສະຖານີຈ່າຍພະລັງງານສີຂຽວສຳລັບພາຫະນະຄົມມະນາຄົມ... ຕໍ່ກັບວິສາຫະກິດ ແລະ ນັກລົງທຶນທີ່ເຂົ້າຮ່ວມໃນລະບົບນິເວດສີຂຽວ, ເຂດພິເສດ ກົນດ໋າວ ຈະໃຫ້ການຊ່ວຍເຫຼືອຮອບດ້ານທາງດ້ານນະໂຍບາຍ ແລະ ແຜນການຈັດສັນສະຖານທີ່ກໍ່ສ້າງສະຖານີສາກໄຟຟ້າ. ທ່ານ ຟານ ຈ້ອງ ຮ່ຽນ, ຮອງເລຂາພັກ, ປະທານ ຄະນະປະຊາຊົນເຂດພິເສດ ກົນດ໋າວ, ໃຫ້ຮູ້ວ່າ:
ປັດຈຸບັນ ນະຄອນໂຮ່ຈີມິນ ກຳລັງຮ່າງນະໂຍບາຍໜູນຊ່ວຍໃຫ້ແກ່ປະຊາຊົນຢູ່ເຂດ ພິເສດຫັນປ່ຽນຈາກການນຳໃຊ້ພາຫະນະທີ່ໃຊ້ນ້ຳມັນ ມາເປັນການນຳໃຊ້ພາຫະນະໄຟຟ້າ, ໂດຍອີງຕາມແຕ່ລະປະເພດພາຫະນະ ເພື່ອມີການໜູນຊ່ວຍທີ່ແຕກຕ່າງກັນ. ນອກຈາກນັ້ນ ສຳລັບວິສາຫະກິດ ແລະ ນັກລົງທຶນທີ່ດຳເນີນກິດຈະການຢູ່ໃນພື້ນທີ່ຂອງ ກົນດ໋າວ ພວກເຮົາຍັງໃຫ້ການຊ່ວຍໜູນໃນການປະຕິບັດນະໂຍບາຍ ກໍຄືການຈັດສັນສະຖານທີ່ກໍ່ສ້າງ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນຢູ່ ກົນດ໋າວ ເພື່ອໃຫ້ ກົນດ໋າວ ພັດທະນາລະບົບຄົມມະນາຄົມສີຂຽວ.
ດ້ວຍຄວາມຕັດສິນໃຈຂອງອຳນາດການປົກຄອງ ແລະ ຄວາມເຫັນດີເຫັນພ້ອມຈາກ ປະຊາຊົນ ແລະ ວິສາຫະກິດ, ເຂດພິເສດ ກົນດ໋າວ ກຳລັງຄ່ອຍໆດຳເນີນການຫັນເປັນລະບົບຄົມມະນາຄົມສີຂຽວເປັນເທື່ອລະກ້າວ. ການພັດທະນາລະບົບຄົມມະນາຄົມສີຂຽວບໍ່ພຽງແຕ່ຊ່ວຍຫຼຸດຜ່ອນການປ່ອຍມົນລະພິດ ແລະ ຮັກສາສິ່ງແວດລ້ອມເທົ່ານັ້ນ ຫາກຍັງເປັນການປະກອບສ່ວນເພື່ອຊ່ວຍໃຫ້ ກົນດ໋າວ ບັນລຸເປົ້າໝາຍການກາຍເປັນຕົວເມືອງ “ສີຂຽວ, ມີສີສັນເອກະລັກ ແລະ ໜ້າຢູ່” ອີກດ້ວຍ./.








