ຕອນຄ່ຳວັນທີ 24 ກໍລະກົດ, ກ່າວຄຳເຫັນທີ່ລາຍການສະແດງສິລະປະພິເສດ “ອາຍຸ 20 ປີຕະຫຼອດການ” ເນື່ອງໃນໂອກາດວັນລະນຶກ 79 ປີແຫ່ງວັນທະຫາຍເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2026) ທີ່ດຳເນີນຢູ່ສະໜາມຫຼວງ 30 ຕຸລາ ໂດຍແຂວງ ກວ໋າງນິງ ຈັດຂຶ້ນ, ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ: ການເສຍສະຫຼະຊີວິດ, ການອຸດທິດສ່ວນຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ຜູ້ມີຄຸນງາມຄວາມດີແມ່ນພື້ນຖານເພື່ອໃຫ້ປະເທດຊາດມີສັນຕິພາບ, ທ້ອນໂຮມເປັນເອກະພາບ ແລະ ພັດທະນາໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນ ໄດ້ຈາລຶກ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາການອຸທິດສ່ວນນີ້ຕະຫຼອດໄປ; ພ້ອມທັງສືບຕໍ່ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງຜູ້ມີຄຸນງາມຄວາມດີ ແລະ ບັນດາຄອບຄົວນະໂຍບາຍ ໃຫ້ນັບມື້ນັບດີຂຶ້ນ. ທ່ານນາງໃຫ້ຮູ້ວ່າ:
ດ້ວຍຈິດໃຈທີ່ເຄົາລົບ ແລະ ການສະແດງຄວາມຮູ້ບຸນຄຸນຢ່າງຍິ່ງໃຫຍ່, ພວກເຮົາ ອາໄລຫາບັນດາຜູ້ຄົນສ້າງປະຫວັດສາດ, ພ້ອມທັງມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບການສືບທອດມູນເຊື້ອປະຕິວັດ, ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງສະຫງ່າຜ່າເຜີຍ, ມີຄວາມເອກອ້າງທະນົງໃຈຕໍ່ຊາດ ແລະ ຄຸນຄ່າຊີວິດອັນສູງສົ່ງຂອງຄົນລຸ້ນພໍ່ລຸ້ນອ້າຍ, ໄດ້ກາຍເປັນກຳລັງແຮງພາຍໃນອັນຍິ່ງໃຫຍ່ ແລະ ເຈດຈຳນົງ, ຄຸນນະທາດ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມມຸ່ງຫວັງເພື່ອໃຫ້ທັງຊາດພວກເຮົາຮ່ວມແຮງຮ່ວມໃຈສ້າງຫວຽດນາມ ໃຫ້ນັບມື້ນັບສວຍງາມ, ຮັ່ງມີ, ສີວິໄລ, ເພື່ອໃຫ້ປະຊາຊົນມີການດຳລົງຊີວິດທີ່ນັບມື້ນັບອີ່ມໜຳສຳລານ, ສົມບູນພູມສຸກໃນສັນຕິພາບ, ມີສະຖຽນລະພາບ ແລະ ພັດທະນາປະເທດຊາດ.


.jpg)





