“ອ້າຍນ້ອງໃນກອງໄດ້ຊາບຊຶບການມອບໜ້າທີ່ໃຫ້ແກ່ສະມາຊິກແຕ່ລະຄົນ ເພື່ອເສີມຂະຫຍາຍໜ້າທີ່ຄວາມຮັບຜິດຊອບ, ເຮັດຫຼ້ອນໜ້າທີ່ດ້ວຍນ້ຳໃຈຄວາມຮັກແພງຢ່າງຄົບຊຸດ. ສ່ວນຂ້າພະເຈົ້າເອງ, ໃນການປະຕິບັດບັ້ນເຄື່ອນໄຫວນີ້ກໍ່ຫວັງວ່າຈະຊອກເຫັນພໍ່ເຖົ້າຂອງຕົນ”.
ໃນທ່າມກາງອາກາດຮ້ອນເອົ້າຂອງເດືອນ ກໍລະກົດ ຢູ່ ດົ່ງຊວັນ, ທ່ານພັນຕີ ເລນາມນິງ, ຜູ້ຊ່ວຍວຽກງານຄະນະນະໂຍບາຍ, ຫ້ອງການການເມືອງ, ກອງບັນຊາການທະຫານແຂວງ ດັກລັກ, ພ້ອມກັບເພື່ອນຮ່ວມກົມກອງ, ກຳລັງທະຫານລາດ ແລະ ບັນດາທ່ານໝໍນິຕິເວດພວມເຮັດວຽກຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຊວັນກວາງ 2 ດ້ວຍຄວາມຕັ້ງໃຈສູງ. ຢູ່ຕໍ່ໜ້າບັນດາສຸມຝັງສົບທີ່ຍັງບໍ່ທັນຢັ້ງຢືນຊື່ໄດ້ນັ້ນ, ເຂົາເຈົ້າໄດ້ຊອກຫາບັນດາຮ່ອງຮອຍນ້ອຍທີ່ສຸດທີ່ຍັງເຫຼືອໄວ້ ພາຍຫຼັງກວ່າເຄິ່ງສະຕະວັດຢູ່ໃນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດດ້ວຍຄວາມລະມັດລະວັງ.
ສຳລັບອ້າຍ ນິງ, ນີ້ບໍ່ພຽງແຕ່ແມ່ນໜ້າທີ່ຂອງທະຫານຜູ້ໜຶ່ງທີ່ພວມປະຕິບັດໜ້າທີ່ນະໂຍບາຍເທົ່ານັ້ນ. ອ້າຍຍັງຖືເອົາຄວາມຫວັງຂອງຄອບຄົວທີ່ລໍຄອຍມາເປັນເວລາຫຼາຍປີໄປນຳ ໂດຍແມ່ນ: ຊອກຫາຂຸມຝັງສົບຂອງພໍ່ເຖົ້າທີ່ໄດ້ເສຍສະຫຼະຊີວິດໃນສົງຄາມ, ນັ້ນກໍ່ແມ່ນຄວາມຫວັງສຸດທ້າຍຂອງແມ່ລາວ.
ເລື່ອງລາວຂອງອ້າຍ ນິງ ພຽງແຕ່ແມ່ນໜຶ່ງໃນຫຼາຍເລື່ອງລາວທີູ່່ເບື້ອງຫຼັງບັນດາຂຸມຝັງສົບທີ່ຍັງບໍ່ທັນຮູ້ຊື່. ປະຈຸບັນ, ທົ່ວແຂວງ ດັກລັກ ຍັງມີສຸມຝັງສົບກ່ວາ 4.100 ຂຸມຂອງນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນຢັ້ງຢືນຊື່ແລະນາມສະກຸນໄດ້. ແຕ່ລະຂຸມຝັງສົບນັ້ນແມ່ນຄວາມຫວັງໜຶ່ງຂອງຍາດຕິພີ່ນ້ອງ ແລະ ກໍ່ແມ່ນເຫດຜົນເພື່ອໃຫ້ບັ້ນເຄື່ອນໄຫວ “500 ວັນ ແລະ ຄືນຍູ້ແຮງການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ” ໄດ້ຮັບການຜັນຂະຫຍາຍ.
ພາຍຫຼັງກວ່າເຄິ່ງສະຕະວັດ, ການເວລາໄດ້ເຮັດໃຫ້ຮ່ອງຮອຍສົງຄາມຄ່ອຍຈາງໄປ. ມີຫຼາຍຂຸມຝັງສົບຍັງເຫຼືອແຕ່ແຂ້ວ 2 – 3 ເຫຼັ້ມ ຫຼື ກະດູກນ້ອຍທີ່ສຸດ. ມີຫຼາຍກໍລະນີ, ອັດຖິໄດ້ຖືກສະຫຼາຍຈົນເຫຼືອຂະໜາດທີ່ບໍ່ສາມາດເກັບເອົາຕົວຢ່າງເພື່ອວິໄຈ ADN ໄດ້. ທ່ານໝໍ ໂຮ່ກິມທີ, ສູນນິຕິເວດສາດແຂວງ ດັກລັກ, ໃຫ້ຮູ້ວ່າ:
“ໃນຂອດການເອົາຕົວຢ່າງແມ່ນຕ້ອງເຮັດລະອຽດລະອໍທີ່ສຸດ, ບໍ່ໃຫ້ຕົວຢ່າງຕິດປົນກັບຜູ້ວິໄຈ ແລະ ກົງກັນຂ້າມ. ຍ້ອນການເກັບເອົາຕົວຢ່າງແມ່ນຫຍຸ້ງຍາກແລ້ວ ສະນັ້ນ ຕ້ອງມີຄວາມລະມັດລະວັງ. ພວກຂ້າພະເຈົ້າພຽງຫວັງວ່າ ຈະສາມາດຊອກຫາຊື່ແລະນາສະກຸນສົ່ງຄືນໃຫ້ແກ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໄດ້”.
ພ້ອມກັບການເກັບເອົາຕົວຢ່າງ ADN, ຈຸດໃໝ່ຂອງບັ້ນການຜັນຂະຫຍາຍຄັ້ງນີ້ແມ່ນ ຂໍ້ມູນທັງໝົດກ່ຽວກັບຂຸມຝັງສົບແຕ່ລະຂຸມລ້ວນແຕ່ໄດ້ຫັນເປັນດີຈີຕອນຢູ່ກັບທີ່. ຈາກຈຸດຝັງສົບ, ສະພາບຂອງຂຸມ ຕະຫຼອດຮອດຕົວຢ່າງ ADN ລ້ວນແຕ່ໄດ້ອັບເດດເຂົ້າໃນລະບົບຂໍ້ມູນ, ສ້າງຄວາມສະດວກໃຫ້ແກ່ການເກັບຮັກສາ ແລະ ສົມທຽບກັບພື້ນຖານຂໍ້ມູນຂອງຍາດຕິພີ່ນ້ອງລຸ້ນຕໍ່ໄປຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ.
ຖັດຈາກເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຊວັນກວາງ 2, ບັນດາໜ່ວຍປະຕິບັດງານຈະສືບຕໍ່ຜັນຂະຫຍາຍການເກັບເອົາຕົວຢ່າງຢູ່ບັນດາເຂດສຸສານທີ່ຍັງເຫຼືອ, ພ້ອມກັນນັ້ນ ກໍ່ຮັກສາວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ທ່ານ ດ່າວມີ້, ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກລັກ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າພວມຍູ້ແຮງການຜັນຂະຫຍາຍບັ້ນເຄື່ອນໄຫວ 500 ວັນແລະຄືນຢັ້ງຢືນຊື່ ແລະ ນາມສະກຸນຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ພວກຂ້າພະເຈົ້າພວມກວດກາຄືນ ສ້າງແຜນການເພື່ອຂຶ້ນແຜນມອບໜ້າວຽກ, ຈັດແບ່ງວຽກງານລະອຽດ, ຮັບປະກັນເປົ້າໝາຍແມ່ນຮອດວັນທີ 31 ຕຸລາ ຈະປະຕິບັດສຳເລັດວຽກງານເກັບເອົາຕົວຢ່າງເພື່ອຢັ້ງຢືນຊື່ແລະນາມສະກຸນ. ພ້ອມກັນນັ້ນ, ກໍ່ຕັ້ງໜ້າຍູ້ແຮງການຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ພາຍໃນປະເທດ ແລະ ສ້າງແຜນການສືບຕໍ່ຊອກຫາຢູ່ ກຳປູເຈຍ”.
ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຊວັນກວາງ 2, ວຽກງານຍັງດຳເນີນໄປຢ່າງມິດງຽບ. ຂຸມຝັງສົບແຕ່ລະຂຸມທີ່ໄດ້ເປີດອອກດ້ວຍຄວາມລະມັດລະວັງເປັນຢ່າງສູງທີ່ສຸດ, ດ້ວຍຄວາມຫວັງວ່າ ຈະບໍ່ປະຮ່ອງຮອຍໃດໆທີ່ຍັງເຫຼືອພາຍຫຼັງກວ່າເຄິ່ງສະຕະວັດ.
ອາດຈະຍັງບໍ່ທັນມີຄຳຕອບໃຫ້ແກ່ໝົດທຸກຂຸມຝັງສົບທີ່ຍັງບໍ່ທັນຮູ້ຊື່ໃນທັນທີ, ແຕ່ວ່າ ແຕ່ລະຕົວຢ່າງ ADN ທີ່ໄດ້ເກັບຮັກສາ, ແຕ່ລະຂໍ້ມູນໄດ້ຫັນເປັນດີຈີຕອນໃນມື້ນີ້ ລ້ວນແຕ່ປະກອບສ່ວນເພີ່ມໂອກາດເພື່ອໃຫ້ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ຮັບການຢັ້ງຢືນຊື່ແລະນາມສະກຸນຕື່ມອີກ.







