ກອງທັບຕວັກກີຍິງລູກຈະຫຼວດແຕ່ສະຖານທີ່ໃກ້ກັບໝູ່ບ້ານ Miznaz, ຊີຣີ (ພາບ: AFP/TTXVN) |
ບັນດາກຳລັງຂອງ Ankara ໄດ້ເພີ່ມບັນດາການບຸກໂຈມຕີແນບັນດາກຳລັງລັດຖະບານ ຊີຣີ ຫຼາຍພໍສົມຄວນ ນັບແຕ່ວັນທີ 27 ກຸມພາ ພາຍຫຼັງນັກຮົບຕວັກກີນັບສິບຄົນເສຍຊີວິດໃນເຫດບຸກໂຈມຕີທາງອາກາດຂອງກອງທັບຊີຣີ.
ກອງທັບຊີຣີໄດ້ຢັ້ງຢືນກ່ຽວກັບເລື່ອງ ເຮືອບິນສູ້ຮົບ2 ລຳ ຂອງປະເທດນີ້ ຖືກເຮືອບິນ F-16 ຂອງ ຕວັກກີ ຍິງຕົກພາຍຫຼັງການປະທະກັນຢູ່ແຂວງ Idlib. ໃນວັນທີ 1 ມີນາ, ກະຊວງປ້ອງກັນປະເທດລັດເຊຍ ໄດ້ຢັ້ງຢືນວ່າ ລັດເຊຍ ບໍ່ສາມາດຮັບປະກັນຄວາມປອດໄພໃຫ້ແກ່ບັນດາເຮືອບິນຕວັກກີຢູ່ ຊີຣີ ພາຍຫຼັງ ອຳນາດການປົກຄອງ Damascus ປະກາດປິດເຂດນ່ານຟ້າຢູ່ພາກພື້ນ Idlib.







