ໂຄງ​ການ​ທ່າ​ກຳ​ປັ່ນ ​ລຽນ​ຈຽວ ໄດ້​ພັດ​ທະ​ນາ​ຕາມ​ທິດ​ກຸ່ມ logistics ສົມ​ບູນ, ລວມ​ມີ ​ລະ​ບົບເດີ່ນ​ສາງທ່າກຳປັ່ນ, ສາງ​ເກັບ-ຂົນ​ສົ່ງ ແລະ ສູນ​ແຈກ​ຢາຍ. ໂຄງ​ການ​ໄດ້ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​​ໄລ​ຍະສິບ​ປີ, ດ້ວຍ​ການ​ທິດ​ທາງ​ພັ​ດ​ທະ​ນາ​ກາຍ​ເປັນ “​ທ່າ​ກຳ​ປັ່ນ​ສີ​ຂຽວ, ທ່າ​ກຳ​ປັ່ນ​ອັດ​ສະ​ລິ​ຍະ”, ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ເຕັກ​ໂນ​ໂລ​ຢີ ແລະຫັນ​ເປັນ​ດີ​ຈີ​ຕອນ, ຕິດ​ພັນ​ກັບເປົ້າໝາຍ​ຫຼຸດ​ຜ່ອນ​ອາຍ​ພິດ ແລະ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ຄາດ​ວ່າ, ໄລ​ຍະ​ທີ 1 ຂອງ​ໂຄງ​ການ ຈະ​ນຳ​ເຂົ້າ​ເຄື່ອນ​ໄຫວ​ໃນ​ປີ 2029, ດ້ວຍ​ສະ​ມັດ​ຖະ​ພາບ​ສິນ​ຄ້າບັນລຸປະ​ມານ 74 ລ້ານ​ໂຕນຕໍ່​ປີ, ສາ​ມາດ​ຮັບ​ກຳ​ປັ່ນ container ທີ່​ມີ​ນ້ຳ​ໜັກ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ໄດ້ຫຼາຍ​ລຳ​ໃນ​ເວ​ລາ​ດຽວ​ກັນ. ນີ້​ຈະ​ແມ່ນ​ຂີດ​ໝາຍ​ປະ​ຫວັດ​ສາດ, ເປີດ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ນະ​ຄອນ. ທ່ານ​ ດິງ​ຫ໋າຍ​ຕວັນ, ປະ​ທານ​ສະ​ມາ​ຄົມ​ຂົນ​ສົ່ງ​ລົດ​ໂອ​ໂຕ​ ດ່າ​ນັ້ງ ແບ່ງ​ປັນ​ວ່າ:

“ເມື່ອທ່າ​ກຳ​ປັ່ນ​ ລຽນ​ຈຽວ ໄດ້​ນຳເຂົ້າ​ເຄື່ອນ​ໄຫວ​ ຈະ​ສ້າງ​ລະ​ບົບ​ນິ​ເວດ logistics ໃໝ່, ສ້າງ​ບັນ​ດາ​ເດີ່ນສາງ container, ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ​ກ່ຽວ​ກັບ​ການ​ບໍ​ລິ​ການ logistics ລົງ​ເລິກຢູ່​ເຂດ​ ລຽນ​ຈ​ຽວ. ນີ້ຈະ​ແມ່ນ​ໄມ້​ງັດ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ການຂົນສົ່ງ​ສີ​ຂຽວ ແລະ ການຫັນ​ເປັນ​ດີ​ຈີ​ຕອນ”.

ໂຄງ​ການ​ທ່າ​ກຳ​ປັ່ນ container ລຽນ​ຈຽວ ໂດຍ​​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ ກຸ່ມ​ບໍ​ລິ​ສັດ Hateco - ບໍ​ລິ​ສັດ​ ທ່າ​ກຳ​ປັ່ນ​ທະ​ເລ Hateco ຈຳ​ກັດ ຮ່ວມ​ທຸ​ລະ​ກິດ​ກັບ APM Terminals B.V (ໂຮ​ນ​ລັງ) ປະ​ຕິ​ບັດ. ຕາມ​ທ່ານ ເຈິ່ນ​ວັນ​ກີ່​ ປະ​ທານ Hateco ແລ້ວ, ເພື່ອ​ໃຫ້​ທ່າ​ກຳ​ປັ່ນ container ລຽ​ນ​ຈຽວ ຢັ້ງ​ຢຶນ​ໄດ້​ບົດ​ບາດ​ເປັນ​ສູນກາງ logistics ແລະ ເປັນທ່າ​ກຳ​ປັ່ນ​ທະ​ເລທີ່​ທັນ​ສະ​ໄໝ​ທີ່​ສຸດ​ຢູ່ເຂດ​ພາກ​ກາງ ແລະ ທົ່ວ​ປະ​ເທດ​ໃນ​ສັງ​ກາດ​ໃໝ່, Hateco ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ:

“ສຳ​ລັບ​ໂຄງ​ການ​ທີ່​ມີ​ຂອບ​ຂະ​ໜາດ ແລະ ມີຄວາມສຳ​ຄັນ​ຄື​ ລຽນ​ຈຽວ, ຄຳ​ຮຽກ​ຮ້ອງ​ທີ່​ວາງ​ອອກ​ບໍ່​ພຽງ​ແຕ່​ແມ່ນ​ປະ​ສິດ​ທິ​ຜົນ​ການ​ລົງ​ທຶນເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ລະ​ບຽບ​ວິ​ໄນ​ໃນ​ການ​ຜັນ​ຂະ​ຫຍາຍ​ຄຸນ​ນະ​ພາບ​ໂຄງ​ການ, ມູນຄ່າປະ​ກອບ​ສ່ວນ​ໃນ​ໄລ​ຍະຍາວ​​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ນະ​ຄອນ​ອີກ​ດ້ວຍ. ພວກ​ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຜັນ​ຂະ​ຫຍາຍ ໂຄງ​ການ​ຖືກ​ກັບ​ຄວາມ​ຄືບ​ໜ້າ, ແຜນ​ກຳ​ນົດ, ຮັບ​ປະ​ກັນ​ຄຸນ​ນະ​ພາບ​ປະ​ສິດ​ທິ​ຜົນ​ສັງ​ລວມ”.

ໂດຍບໍ່ພຽງ​ແຕ່​ມີ​ຂອບ​ຂະ​ໜາດ​ໃຫຍ່ ແລະ ທັນ​ສະ​ໄໝ​ທີ່​ສຸດຢູ່ ຫວຽດ​ນາມ​ ເທົ່າ​ນັ້ນ, ທ່າ​ກຳ​ປັ່ນ container ສາ​ກົນ ລຽ​ນ​ຈຽວ ຍັງ​ໄດ້​ຮັບ​ການ​ປະ​ສົມ​ປະ​ສານ​​ເລິກກັບລະ​ບົບ​ຊີ​ວະ​ພາບ​ລວມ​ມີ: ສູນ​ການ​ເງິນ, ເຂດ​ອຸດ​ສາ​ຫະ​ກຳ, ເຂດ​​ຜະ​ລິດປຸງ​ແຕ່ງ ແລະ ເຂດ​ການ​ຄ້າ​ເສ​ລີ, ໝູນໃຊ້​ບັນ​ດາ​ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ພາ​ສີ ແລະ ການເຮັດ​ລະ​ບຽບ​ການ​ພາ​ສີ​​ຢ່າງມີປະສິດທິຜົນອີກ​ດ້ວຍ. ໂຄງ​ການ​ກໍ່​ໄດ້ສ້າງ​ເງື່ອນ​ໄຂ​ເປີດກວ້າງ​ການ​ເຊື່ອມ​ຈອດ​ກັບ​ບັນ​ດາ​ຕະຫຼາດ​ທົ່ວ​ໂລກ, ດຶງ​ດູດ​ບັນ​ດາ​ກະ​ແສ​ເງິນ​ລົງ​ທຶນ​ສາ​ກົນຢ່າງ​ແຮງ, ຄື​ດັ່ງ​ຄຳ​ຢັ້ງ​ຢຶນ​ຂອງ​ ທ່ານ ຟ້າມ​ຢາ​ຕຸກ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດນາມ:

“ທ່າ​ກຳ​ປັ່ນ container ລຽນ​ຈຽວ ບໍ່​ພຽງ​ແຕ່​ແມ່ນ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຕາໂສ້​ຍຸດ​ທະ​ສາດ​ໃນ​ລະ​ບົບຕ່ອງ​ໂສ້​ແຫ່ງ​ຊາດ ແລະ ທົ່ວ​ໂລກ. ໂຄງ​ການ​ນີ້​ຈະ​ນຳ​ນະ​ຄອນ ​ດ່າ​ນັ້ງ ກາຍ​ເປັນ​ນະ​ຄອນ​ທ່າ​ກຳ​ປັ່ນ​ວັດ​ທະ​ນາ​ຖາ​ວອນ, ປະ​ກອບ​ສວ່ນ​ສຳ​ຄັນ​ເຂົ້າ​ການ​ເຕີບ​ໂຕ​ລວມ​ຂອງ​ປະ​ເທດ​ ແລະ ຢັ້ງ​ຢຶນ​ບົດ​ບາດ​ເປັນ​ສູນກາງ logistic ແລະ ທ່າ​ກຳ​ປັ່ນ​ທີ່ທັນ​ສະ​ໄໝ​ທີ່​ສຸດ​ເຂດ​ພາກ​ກາງ ແລະ ທົ່ວ​ປະ​ເທດ​ໃນ​ສັງ​ກາດ​ໃໝ່. ພ້ອມ​ທັງ, ປະ​ກອບ​ສ່ວນ​ກຳ​ນົດທີ່ຕັ້ງ ຫວຽດ​ນາມ​ ​ໃນ​ເຄືອ​ຂ່າຍ​ຂົນ​ສົ່ງ​ສາ​ກົນຢ່າງ​ເລິກ​ເຊິ່ງກວ່າ”.

​ຕົວຈິງໃນຫຼາຍ​ປີ​ຜ່ານ​ມາ, ລະ​ບົບ​ທ່າ​ກຳ​ປັ່ນ​ຢູ່​ພາກ​ກາງ ອີງ​ໃສ່​ທ່າ​ກຳ​ປັ່ນ​ ຕຽນ​ຊາ ເປັນສ່ວນຫຼາຍ, ໂດຍ​ແມ່ນ​ທ່າ​ກຳ​ປັ່ນ​ມີ​ທີ່​ຕັ້ງສະ​ດວ​ກ​​ດ້ານ​ປະ​ຫວັດ​ສາດ​ແຕ່​ພັດ​ຖືກ​ຈຳ​ກັດ​ດ້ານ​ໂຄງ​ປະ​ກອບ​ຄື: ​ພື້ນ​ທີ່​ຖືກຈຳ​ກັດ, ກຳ​ປັ່ນ​​ທີ່​ມີນ້ຳ​ໜັກ​ໃຫຍ່ແມ່ນຍາກ​ທີ່ຈະ​ເຂົ້າ​ທຽບ​ທ່າ​ໄດ້ ແລະ ພິ​ເສດ​ແມ່ນ​ການ​ປະ​ທະ​ກັນ​ທີ່​ນັບ​ມື້​ນັບ​ຈະ​ແຈ້ງ​ລະ​ຫວ່າງ​ການ​ເຄື່ອນ​ໄຫວ logistics ກັບ​ການ​ພັດ​ທະ​ນາ​ຕົວ​ເມືອງ ແລະ ການ​ທ່ອງ​ທ່ຽວ. ໃນ​ສະ​ພາບ​ການ​ນັ້ນ​, ລຽນ​ຈຽວ​ແມ່ນມາ​ດ​ຕະ​ການ​ທີ່​ມີ​ລັກ​ສະ​ນະ​ສ້າງ​ໂຄງ​ປະ​ກອ​ບ​ຄືນ​ໃໝ່, ບໍ່​ແມ່ນ​ເພື່ອເພີ່ມ​ເຕີມ​ສະ​ມັດ​​ຖະ​ພາບ​ເທົ່າ​ນັ້ນ ຫາກ​ຍັງ​​ເພື່ອ​ສ້າງ​ຮູບ​ແບບ​ທ່າ​ກຳ​ປັ່ນ​ທະ​ເລ​ໃໝ່, ທ່າ​ກຳ​ປັ່ນ​ນ້ຳ​ເລິກ​ຕິດ​ພັນ​ກັບ​ສູນກາງ logistics ປະ​ສົມປະສານ.ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ທ່າ​ໄດ້​ປ​ຽບ​ນີ້, ທ່ານ Marcello Piazz ກຸ່ມ​ບໍ​ລິ​ສັດ JAS Worldwide (ບໍ​ລິ​ສັດ​ມອບ​ຮັບ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ທົ່ວ​ໂລກ)ຖື​ວ່າ

“ຫວຽດ​ນາມ ຕາງ​ໜ້າ​ໃຫ້​ແກ່​ປະພາຄານຂອງ​ສູນ logistics ໃນ​ພາກ​ພື້ນ​ທີ່ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ອະ​ນຸ​ຍາດ​ໃຫ້​ບັນ​ດາ​ປະ​ເທດ​ອື່ນ​ແລກ​ປ່ຽນ​ພື້ນ​ຖານ​ໂຄງ​ລ່າງ, ລະ​ອຽດ​ແມ່ນ​ທ່າ​ກຳ​ປັ່ນ​ທະ​ເລ. ຍ້ອນ ທຸກ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ລຽບ​ຕາມ​ແມ່​ນ້ຳ​ຂອງ ລ້ວນ​ແຕ່​ໄດ້​ລົງ​ນາມ​ສົນ​ທິ​ສັນ​ຍາ​ການ​ຄ້າ​ເສ​ລີ​ນຳ​ກັນ, ອະ​ນຸ​ຍາດໃຫ້​ແລກ​ປ່ຽນ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​ຍົກ​ເວັ້ນ​ພາ​ສີ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ ຫວຽດ​ນາມ ທີ່ພວມ​ພັດ​ທະ​ນາ​ຢ່າງ​ແຮງ ແລະ ກາຍ​ເປັນ​ສູນກາງ logistics ຂອງ​ພາກ​ພື້ນ, ມີ​ບົດ​ບາດ​ຍຸດ​ທະ​ສາດ​ສຳ​ຄັນ​ບົນ​ເວ​ທີ logistics ທົ່ວ​ໂລກ​ໃນ​ໄລ​ຍະ 10-15 ປີຈະ​ມາ​ເຖິງ”.

ທ່າ​ກຳ​ປັ່ນ​ນ້ຳ​ເລິກທີ່​ມີ​ຄວາມ​ສາ​ມາດ​ຮັບກຳ​ປັ່ນ​ຂະ​ໜາດ​ໃຫຍ່​ເຂົ້າ​ທຽບ​ທ່າ ແລະ ດຶງ​ດູດ​ບັນ​ດາ​ເສັ້ນ​ທາງ​ຂົນ​ສົ່ງ​ໂດຍ​ກົງ ​ຈະ​ຊ່ວຍຫຼຸ​ດ​ຜ່ອນ​ການ​ເອື່ອຍ​ອີງຂົນ​ສົ່ງ​ຜ່ານ​ຕ່າງ​ປະ​ເທດ, ຈາກ​ນັ້ນ​ເພີ່ມສິດ​ເປັນ​ເຈົ້າ​ການ​ໃນ​ການ​ກຳ​ນົດ​ເສັ້ນ​ທາງ​ຂົນ​ສົ່ງ​ສິນ​ຄ້າ.

ທ່າ​ກຳ​ປັ່ນ​ ລຽ​ນ​ຈຽວ ບໍ່​ພຽງ​ແຕ່​ແມ່ນ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ເທົ່​າ​ນັ້ນ ຫາກ​ຍັງ​ແມ່ນ​ບາດ​ກ້າວ​ຍຸດ​ທະ​ສາດ​ຊ່ວຍໃຫ້​ຫວຽດ​ນາມ ຍົກ​ສູງ​ຖາ​ນະ​ບົດ​ບາດ​ຈາກ​ທ່າ​ກຳ​ປັ່ນ​ແຫ່ງ​ຊາດ​ກາຍ​ເປັນ​ສູນກາງ logistics ລະ​ດັບພາກ​ພື້ນ ແລະ ໂລກ.