ທ່ານ ຫງວຽນວັນຫ່ຽນ ສະມາຊິກສະພາແຫ່ງຊາດແຂວງ ເລິມດົ່ງ (ພາບ: quochoi.vn) |
ເມື່ອປຶກສາຫາລືກ່ຽວກັບເນື້ອໃນດັ່ງກ່າວ, ທ່ານ ຫງວຽນວັນຫ່ຽນ ສະມາຊິກສະພາແຫ່ງຊາດແຂວງ ເລິມດົ່ງ ສະເໜີວ່າ:
“ຂ້າພະເຈົ້າຖືວ່າ ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ຕ້ອງສົມທົບກັບບັນດາອົງການຮັບຜິດຊອບຂອງລັດຖະບານ, ຕ້ອງມີການສືບສວນຢ່າງມີວິທະຍາສາດ ແລະ ມີແບບມີແຜນ ເພື່ອສ້າງສະຖິຕິຂໍ້ມູນເດັກຖືກທໍາຮ້າຍໃນໄລຍະຜ່ານມາໄດ້ຢ່າງຄົບຖ້ວນ. ພ້ອມກັນນັ້ນ, ໃນພາກສະເໜີຂອງຮ່າງມະຕິສະພາແຫ່ງຊາດ ຕ້ອງໄດ້ຍົກອອກບັນດາມາດຕະຖານລະອຽດໃນການຫຼຸດຜ່ອນຈໍານວນກໍລະນີ ແລະ ເດັກຖືກທໍາຮ້າຍລົງໃນໄລຍະ 5 – 10 ປີ ຈະມາເຖິງ, ພ້ອມກັບບັນດາມາດຕະການແກ້ໄຂ ແລະ ຈັດແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ບັນດາອົງການມີສ່ວນກ່ຽວຂ້ອງຢ່າງລະອຽດ”.
ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ສະໜີໃຫ້ຍູ້ແຮງການປ່ຽນແປງໃໝ່ວຽກງານຖະແຫຼງຂ່າວໂຄສະນາ, ເຜີຍແຜ່, ສຶກສາກ່ຽວກັບກົດໝາຍວ່າດ້ວຍການປົກປ້ອງ ແລະ ເບິ່ງແຍງດູແລເດັກ ເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງປະຊາຊົນທຸກຊັ້ນວັນນະ.







