ສະເຫລີມສະຫລອງ 45 ປີແຫ່ງການບຸກໂຈມຕີ ລຸກຮືຂຶ້ນຄັ້ງໃຫຍ່ລະດູບານໃຫມ່ປີ 1968
30/01/2013 10:56
ກ່ອນນີ້ 45 ປີ, ໂດຍປະຕິບັດຄວາມຕັດສິນໃຈຍຸດທະສາດຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຢູ່ທັງສອງພາກໃຕ້, ເຫນືອ ແມ່ນສ້າງການປ່ຽນແປງອັນເປັນພື້ນຖານສະຖານະພາບສະຫນາມຮົບ, ຫັນສົງຄາມປະຕິວັດມາເປັນໄລຍະໃຫມ່
ບັ້ນບຸກໂຈມຕີ ແລະ ລຸກຮືຂຶ້ນຄັ້ງໃຫຍ່ລະດູບານໃຫມ່ປີ 1968 ພາບ:internet (vovworld) - ກ່ອນນີ້ 45 ປີ, ໂດຍປະຕິບັດຄວາມຕັດສິນໃຈຍຸດທະສາດຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຢູ່ທັງສອງພາກໃຕ້, ເຫນືອ ແມ່ນສ້າງການປ່ຽນແປງອັນເປັນພື້ນຖານສະຖານະພາບສະຫນາມຮົບ, ຫັນສົງຄາມປະຕິວັດມາເປັນໄລຍະໃຫມ່, ກອງທັບ ແລະ ປະຊາຊົນ ຫວຽດນາມ ຢູ່ ພາກໃຕ້ ໄດ້ເປີດບັ້ນບຸກໂຈມຕີ ແລະ ລຸກຮືຂຶ້ນຄັ້ງໃຫຍ່ລະດູບານໃຫມ່ປີ 1968. ເນື່ອງໃນໂອກາດນີ້, ຫນັງສືພິມ Quan doi nhan dan ສຽງຂອງກອງທັບປະຊາຊົນ ຫວຽດນາມ ສະບັບອອກວັນທີ 30/1 ໄດ້ລົງພິມຂ່າວ, ບົດ ແລະ ພາບ ກ່ຽວກັບການບຸກໂຈມຕີ ແລະ ລຸກຮືຂຶ້ນຄັ້ງໃຫຍ່ລະດູບານໃຫມ່ປີ 1968. ບົດນຳໃນຫນັງສືພິມ ໄດ້ເນັ້ນຫນັກວ່າ: ການບຸກໂຈມຕີ ແລະ ລຸກຮືຂຶ້ນຄັ້ງໃຫຍ່ລະດູບານໃຫມ່ 1968 ເກີດຂຶ້ນ ແລະ ຍາດໄດ້ໄຊຊະນະ ແມ່ນເຫດການມີຄວາມໝາຍ ແລະ ຂອບຂະຫນາດໃຫຍ່ ເປັນຂີດໝາຍອັນສະຫງ່າລາສີໃນປະຫວັດສາດຂອງຊາດ. ໄຊຊະນະຂອງການບຸກໂຈມຕີ ແລະ ລຸກຮືຂຶ້ນຄັ້ງໃຫຍ່ດັ່ງກ່າວ ນັບມື້ນັບໄດ້ຮັບການຢືນຢັນ, ກາຍເປັນສັນຍາລັກຂອງເຈດຈຳນົງຕັດສິນໃຈຍາດເອົາໄຊຊະນະ, ຄວາມອົງອາດກ້າຫານ ແລະ ກຳລັງແຮງທີ່ມີຫົວຄິດປະດິດສ້າງຂອງສົງຄາມປະຊາຊົນ ຫວຽດນາມ.
TAG
ລຸກຮືຂຶ້ນ/ບຸກໂຈມຕີ
Related





