ສະເຫລີມສະຫລອງ102ປີແຫ່ງວັນປະທານໂຮ່ຈິມີນອອກຈາກປະເທດຊອກຫາເສັ້ນທາງກູ້ຊາດ
05/06/2013 09:08
ຕອນເຊົ້າວັນທີ 5/6, ຢູ່ຫໍພິພິດທະພັນໂຮ່ຈິມີນ, ສາຂານະຄອນໂຮ່ຈິມີນ, ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 102 ປີແຫ່ງວັນປະທານໂຮ່ຈິມີນ ເດີນທາງອອກຈາກປະເທດໄປຊອກຫາເສັ້ນທາງກູ້ຊາດ
ທ່າກຳປັ່ນ ຍ່າໂຣ່ງ, ສະຖານທີ່ຊື່ງ ທ່ານປະທານໂຮ່ຈິມີນເດີນທາງ ອອກຈາກປະເທດໄປຊອກຫາເສັ້ນທາງກູ້ຊາດ (vovworld)-ຕອນເຊົ້າວັນທີ 5/6, ຢູ່ຫໍພິພິດທະພັນໂຮ່ຈິມີນ, ສາຂານະຄອນໂຮ່ຈິມີນ, ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 102 ປີແຫ່ງວັນປະທານໂຮ່ຈິມີນ ເດີນທາງອອກຈາກປະເທດໄປຊອກຫາເສັ້ນທາງກູ້ຊາດ (5/6/1911- 5/6/2013). ເຂົ້າຮ່ວມພິທີ ມີການນຳຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມີນ, ຄະນະກຳມະການແນວໂຮມປະເທດຊາດ, ພະແນກ, ຂະແຫນງການ, ນັກປະຕິວັດອະວຸໂສ, ແມ່ຫວຽດນາມວິລະຊົນພ້ອມດ້ວຍປະຊາຊົນນະຄອນເປັນຈຳນວນຫລວງຫລາຍ. ນະພິທີ, ບັນດາຜູ້ແທນເຂົ້າຮ່ວມໄດ້ພ້ອມກັນຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມີນ ແລະ ພ້ອມກັນຢືນຢັນວ່າ: ໄລຍະທາງແຫ່ງການຊອກຫາເສັ້ນທາງກູ້ຊາດຂອງປະທານໂຮ່ຈິມີນແມ່ນສັນຍາລັກໃຫ້ແກນ້ຳໃຈຮັກຊາດ, ບໍ່ຍອມຈຳນົນ ແລະ ຄວາມມຸ້ງມາດປາດຖະຫນາຍາດເອົາເອກະລາດເສລິພາບມາໃຫ້ປະເທດຊາດ. ອ້າຍເລດືກເຫງຍ ສະມາຊີກຊາວຫນຸ່ມບໍລິສັດຂົນຖ່າຍສິນຄ້າ ແລະ ບໍລິການຫຸ້ນສ່ວນທ່າກຳປັ່ນ ໄຊງ່ອນ, ຕາງຫນ້າໃຫ້ລຸ້ນຫນຸ່ມນະຄອນໂຮ່ຈິມີນ ເວົ້າວ່າ:
TAG
ກູ້ຊາດ
Related





