ພາບປະກອບ: TTXVN |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ Susan Schall ປະທານສະມາຄົມທະຫານຜ່ານເສິກເພື່ອສັນຕິພາບຂອງ ນິວຢອກ ໄດ້ເນັ້ນໜັກວ່າ ໃນຊ່ວງເວລານີ້, ບັນດາທະຫານຜ່ານເສິກ ອາເມລິກາ ແລະ ນັກຮົບເກົ່າຫວຽດນາມ ອີກຄັ້ງໜຶ່ງ ໄດ້ເຫັນປະຈັກຕາກຳລັງແຮງ ແລະ ຈິດໃຈແຫ່ງຄວາມຕັດສິນໃຈຂອງ ປະຊາຊົນ ຫວຽດນາມ ໄດ້ຊ່ວຍປະເທດຊາດເອົາຊະນະໂລກລະບາດໂຄວິດ-19. ທ່ານນາງ Schall ໃຫ້ຂໍ້ສັງເກດວ່າ ຫວຽດນາມ ສາມາດຕີລາຄາໄດ້ຄວາມສ່ຽງຂອງໂລກລະບາດໂຄວິດ-19ໂດຍໄວ, ລະດົມໄດ້ທຸກແຫຼ່ງກຳລັງ ພາຍໃຕ້ການຊີ້ນຳຂອງລັດຖະບານ ຫວຽດນາມ ເພື່ອປົກປ້ອງປະຊາຊົນ ດ້ວຍວິທີ ທີ່ປະສົບຜົນສຳເລັດທີ່ສຸດ ແລະ ສະກັດກັ້ນ ວິກິດການພະຍາດຢູ່ພາຍໃນປະເທດ. ບັນດາທະຫານຜ່ານເສິກ ອາເມລິກາ ຖືວ່າ ອັນໃດທີ່ຫວຽດນາມ ບັນລຸໄດ້ແມ່ນມີຄວາມປະທັບໃຈທີ່ສຸດ.








