ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14 (ພາບ: quochoi.vn)

ຕອນເຊົ້າວັນທີ 26 ພຶດສະພາ, ໂດຍສືບຕໍ່ການເຮັດວຽກໃນມື້ທີ 6 ຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14, ສະພາແຫ່ງຊາດໄດ້ປຶກສາຫາລືທາງອອນລາຍກ່ຽວກັບບາງເນື້ອໃນທີ່ຍັງມີຄໍາເຫັນແຕກຕ່າງກັນຂອງຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ແລະ ຮັບຟັງການນໍາສະເໜີໃບຍື່ນສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ); ບົດລາຍງານການກວດກາຢັ້ງຢືນຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ); ບົດລາຍງານອະພິປາຍ, ຮັບເອົາຄໍາເຫັນ, ດັດປັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ.

ຮອດຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄໍາເຫັນ, ດັດປັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ); ປຶກສາຫາລືທາງອອນລາຍກ່ຽວກັບບາງເນື້ອໃນທີ່ຍັງມີຄໍາເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).