ສະຖານກົງສູນອິນເດຍປະຈຳອາບການິດສະຖານຖືກບຸກໂຈມຕີ
04/01/2016 05:34
ວັນທີ 3/1, ສະຖານກົງສູນ ອິນເດຍ ຢູ່ນະຄອນນີ້ ຖືກບັນດາມືປື່ນໂດຍບໍ່ຮູ້ຊື່ບຸກໂຈມຕີ ເພື່ອແນໃສ່ແຊກຊຶມເຂົ້າບໍລິເວນສະຖານກົງສູນ.

(vovworld) – ໂຄສົກຂອງເຈົ້າຄອງນະຄອນ Mazar-i-Sharif, ເຊິ່ງແມ່ນນະຄອນຢູ່ພາກເໜືອ ອາບການິດສະຖານ, ໃຫ້ຮູ້ວ່າ: ວັນທີ 3/1, ສະຖານກົງສູນ ອິນເດຍ ຢູ່ນະຄອນນີ້ ຖືກບັນດາມືປືນໂດຍບໍ່ຮູ້ຊື່ບຸກໂຈມຕີ ເພື່ອແນໃສ່ແຊກຊຶມເຂົ້າບໍລິເວນສະຖານກົງສູນ. ປະຈຸບັນ, ບໍ່ທັນມີຂໍ້ມູນຂ່າວຫຍັງກ່ຽວກັບຄວາມລົ້ມຫາຍຕາຍຈາກເທື່ອ. ແຕ່ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ຜູ້ໜຶ່ງຢູ່ເຂດປອດໄພໃນສະຖານກົງສູນໃຫ້ຮູ້ວ່າ: ເຈົ້າໜ້າທີ່ທຸກຄົນໃນສະຖານກົງສູນ ລ້ວນແຕ່ປອດໄພ. ເຫດການບຸກໂຈມຕີດັ່ງກ່າວແມ່ນເຫດການໃໝ່ສຸດໃນບັນດາການບຸກໂຈມຕີແນໃສ່ບັນດາຮາກຖານຂອງອິນເດຍ ຢູ່ ອາບການິດສະຖານ.
TAG
vovworld/vov/ບຸກໂຈມຕີ
Related






