ພິທີປຸກລະດົມການເສັງ (ພາບ: laodong.vn)

ກ່າວຄຳເຫັນທີ່ພິທີ, ທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຢືນຢັນວ່າ:

ຂ້າພະເຈົ້າຫວັງວ່າ ການເສັງດັ່ງກ່າວ ຈະມີແນວຄວາມຄິດ, ຂໍ້ລິເລີ່ມຫລາຍຢ່າງ ທີ່ເໝາະສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະຄົນ, ແຕ່ລະໂຮງຮຽນ. ບັນດາແນວຄວາມຄິດນີ້ ເຖິງວ່າຈະນ້ອຍກໍ່ຕາມ ແຕ່ໃນອະນາຄົດຈະແມ່ນຈຸດປະກາຍແສງສະຫວ່າງ.

ການເສັງ “ແນວຄວາມຄິດເລີ່ມຕົ້ນທຸລະກິດຂອງນັກຮຽນ, ນັກສຶກສາໃນຂະແໜງສຶກສາອາຊີບ” ລວມມີ 3 ຮອບ: ຮອບຄັດເລືອກແມ່ນເລີ່ມດຳເນີນແຕ່ວັນທີ 28 ພຶດສະພາ - ວັນທີ 15 ສິງຫາ, ຮອບຮອງຊະນະເລີດ (ດຳເນີນຕາມເຂດພາກແຕ່ວັນທີ 20 ສິງຫາ - ວັນທີ 10 ຕຸລາ), ຮອບຊີງຊະນະເລີດ (ດຳເນີນແຕ່ວັນທີ 14 – 15 ພະຈິກ) ຢູ່ນະຄອນ ໂຮ່ຈີມິນ.