VOV WorldVOV World
ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອີຢູ
16/12/2019 07:57
(VOVWORLD) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ASEM 14 ຢູ່ນະຄອນຫລວງ Madrid ຂອງ ແອັດສະປາຍ, ຕອນບ່າຍວັນທີ 15 ທັນວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ມີການພົບປະກັບທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງສະຫະພາບ ເອີຣົບ (ອີຢູ) ທັງເປັນຮອງປະທານຄະນະກຳມະການ ເອີຣົບ.
ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອີຢູ
ທ່ານ Josep Borrell  (ພາບ: AFP/TTXVN)         ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນກັບ ອີຢູ ເປັນສຳຄັນ, ພ້ອມແລ້ວທີ່ຈະແລກປ່ຽນກັບ ອີຢູ ກ່ຽວກັບບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ, ສະເໜີ ອີຢູ ຊຸກຍູ້ລັດຖະສະພາ ເອີຣົບ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ ເພື່ອສ້າງເງື່ອນໄຂ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ວິສາຫະກິດ ແລະ ປະຊາຊົນ 2 ຝ່າຍ.         ສ່ວນທ່ານ  Josep Borrell ຖືວ່າ: 2 ຝ່າຍມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອພັດທະນາການພົວພັນຫລາຍດ້ານໃນບັນດາຂົງເຂດຄື: ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ, ສົມທົບກັນເຂົ້າຮ່ວມບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບ.         ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, 2 ຝ່າຍໄດ້ເນັ້ນໜັກວ່າ ຄວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ເຄົາລົບກົດໝາຍ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ.
TAG
VOV/VOVworld/ຊຸກຍູ້/ການຮ່ວມມື/ອີຢູ

More