ເມື່ອກ່າວຄຳເຫັນທີ່ກອງປະຊຸມຄົບຄະນະພາຍຫຼັງພິທີໄຂ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ ຕໍ່ໜ້າບັນດາສິ່ງທ້າທາຍທີ່ມີລັກສະນະເຊື່ອມຈອດ, ຫຼາຍສົ້ນ, ຄຳຖາມທີ່ຕັ້ງມາສຳລັບ ອາຊຽນ ບໍ່ແມ່ນວ່າ “ຖືກຜົນກະທົບຫຼືບໍ່” ຫາກແມ່ນວ່າ ອາຊຽນ ຈະ “ຮັບມືຄືແນວໃດ ແລະ ຮັບມືພ້ອມກັນຄືແນວໃດ”? ທ່ານກ່າວຕື່ມອີກວ່າ:
“ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍດ້ານສະບຽງອາຫານໃນບັນດາກໍລະນີສຸກເສີນ, ແບ່ງປັນບົດຮຽນປະສົບການທີ່ກ່ຽວຂ້ອງ ໃຫ້ບັນດາປະເທດສະມາຊິກ ອາຊຽນ ແລະ ຈະສືບຕໍ່ສົມທົບກັບບັນດາປະເທດສະມາຊິກ ອາຊຽນ ຢ່າງແໜ້ນແຟ້ນໃນວຽກງານໜູນຊ່ວຍພົນລະເມືອງ”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍສະເໜີຊຸກຍູ້ການຮ່ວມມືຢ່າງແທ້ຈິງ ແນໃສ່ເພີ່ມທະວີກຳລັງຄວາມສາມາດພາຍໃນກຸ່ມ ແລະ ຄວາມທົນທານຂອງ ອາຊຽນ. ຕາມນັ້ນແລ້ວ, ຕ້ອງຜັນຂະຫຍາຍສົນທິສັນຍາການຄ້າສິນຄ້າ ອາຊຽນ ຢ່າງມີປະສິດທິຜົນ ແລະ ສ້າງສົນທິສັນຍາກອບເສດຖະກິດດີຈີຕອນ ອາຊຽນ ໃຫ້ສົມບູນແບບໂດຍໄວ.
“ຂ້າພະເຈົ້າຮຽກຮ້ອງໃຫ້ເພີ່ມທະວີການສົມທົບ ແລະ ຄວາມສາມັກຄີ ອາຊຽນ, ໃນນັ້ນ ຕ້ອງຍົກສູງປະສິດທິຜົນຂອງການໃຫ້ຄຳປຶກສາ ແລະ ການປະສານງານລະຫວ່າງຂະແໜງໃນບັນດາກໍລະນີຮີບດ່ວນກໍຄືສືບຕໍ່ເສີມຂະຫຍາຍບົດບາດປະສານງານຂອງກອງເລຂາ ອາຊຽນ ແນໃສ່ນຮັບປະກັນບັນດາຄຳໝັ້ນສັນຍາພາກພື້ນ ໄດ້ຮັບການຜັນຂະຫຍາຍຢ່າງຕໍ່ເນື່ອງ, ຄົບຊຸດ ແລະ ມີປະສິດທິຜົນ. ຫວຽດນາມ ຖືການຮ່ວມມື ອາຊຽນ ແລະ ສ້າງປະຊາຄົມ ອາຊຽນ ເປັນສຳຄັນ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນບັນດາຄວາມມານະພະຍາຍາມດັ່ງກ່າວ.”
ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ເຂົ້າຮ່ວມກອງປະຊຸມວົງແຄບຂອງການນຳບັນດາປະເທດ ອາຊຽນ ປຶກສາຫາລືກ່ຽວກັບການຮັບມືກັບວິກິດການດ້ານພະລັງງານທີ່ເກີດມາຈາກຄວາມເຄັ່ງຕຶງດ້ານພູມີສາດການເມືອງ ແລະ ບົດຮຽນໃຫ້ແກ່ ອາຊຽນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ: ໃນສະພາບແວດລ້ອມຍຸດທະສາດທີ່ນັບມື້ນັບຂາດສະຖຽນລະພາບ, ຍາກທີ່ຈະກຳນົດໄດ້ນັ້ນ, ອາຊຽນ ບໍ່ພຽງແຕ່ປັບຕົວໃຫ້ເຂົ້າກັບການປ່ຽນແປງເທົ່ານັ້ນ ຫາກຍັງຕ້ອງໄປກ່ອນ, ນຳໜ້າ, ພາທາງ ແລະ ນຳພາການປ່ຽນແປງອີກດ້ວຍ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ກໍຍົກອອກບັນດາຂໍ້ສະເໜີແນະຈຸດສຸມ ໃຫ້ແກ່ ອາຊຽນ ໃນສະພາບການໃໝ່.
ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48, ວັນທີ 08 ພຶດສະພາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ພົບປະ, ແລກປ່ຽນກັບການນຳບັນດາປະເທດ ສິງກະໂປ, ໄທ ແລະ ອິນໂດເນເຊຍ.
ຕອນຄ່ຳວັນທີ 08 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ Cebu, ຟີລິບປິນ, ສິ້ນສຸດການປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 ແຕ່ວັນທີ 07 - 8 ພຶດສະພາ ຕາມຄຳເຊື້ອເຊີນຂອງທ່ານ Ferdinand Romualdez Marcos Jr, ປະທານາທິບໍດີ ສ. ຟີລິບປີນ, ປະທານ ອາຊຽນ ປີ 2026 ຢ່າງຈົບງາມ.





