ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃຫ້ການຕ້ອນຮັບທ່ານ ເລຂາທິການໃຫຍ່ ສະມາຄົມປະກັນຊີວິດສັງຄົມສາກົນ (ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີມີຄວາມປາດຖະໜາວ່າ, ໃນໄລຍະຈະມາເຖິງ, ສະມາຄົມສະຫວັດດີການສັງຄົມສາກົນ ແລະ ອົງການປະກັນໄພສັງຄົມ ຫວຽດນາມ ພ້ອມກັບບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ຈະຍູ້ແຮງການຮ່ວມມືໃນບັນດາຂົງເຂດຄື ໜູນຊ່ວຍດ້ານເຕັກນິກ, ບຳລຸງສ້າງພະນັກງານ, ຖ່າຍທອດເຕັກໂນໂລຢີ, ຮ່ວມມື, ແບ່ງປັນບົດຮຽນ, ປະສົບການລະຫວ່າງບັນດາປະເທດ, ພ້ອມທັງຍູ້ແຮງການຮ່ວມມືສາກົນ ໃນປະຊາຄົມ ອາຊຽນ.

ສ່ວນທ່ານ Marcelo Abi-Ramia Caetano ໄດ້ຕີລາຄາສູງ ຕໍ່ເລື່ອງ ຫວຽດນາມ ປະຕິບັດບັນດາບັນຫາປະກັນຊີວິດສັງຄົມ. ທ່ານ Marcelo Abi-Ramia Caetano ຫວັງວ່າ ໃນໄລຍະຈະມາເຖິງ, ສະມາຄົມສະຫວັດດີການສັງຄົມສາກົນ ແລະ ຫວຽດນາມ ຈະເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ, ປະຕິບັດສຳເລັດເປົ້າໝາຍຮັບປະກັນຊີວິດສັງຄົມຢູ່ຫວຽດນາມ, ປະກອບສ່ວນຍົກສູງທີ່ຕັ້ງ, ພາບພົດຂອງ ຫວຽດນາມໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບສະຫວັດດີການສັງຄົມ.