ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Donald Trump ປະທານາທິບໍດີອາເມລິກາ (ພາບ: TTXVN)

ໃນລາຍການຖາມຕອບປະຈຳປີ “Direct Line”, ການນຳລັດເຊຍ ໃຫ້ຮູ້ວ່າທ່ານຕ້ອງການປຶກສາກັບຄູ່ຕຳແໜ່ງ ອາເມລິກາ ຫຼາຍຢ່າງກ່ຽວກັບບັນຫາ ຄວບຄຸມອາວຸດ, ການພົວພັນເສດຖະກິດ ສອງຝ່າຍ, ພ້ອມທັງສະແດງຄວາມຫວັງວ່າ ອາເມລິກາ ຈະເຂົ້າໃຈໄດ້ເລື່ອງຈັດວາງບັນດາຄຳສັ່ງລົງໂທດຕໍ່ ລັດເຊຍ ແມ່ນຂໍ້ຜິດພາດອັນໃຫຍ່ຫຼວງ.

ນອກຈາກນັ້ນ, ທ່ານ Putin ກໍ່ຖືວ່າ: ບັນດາຄຳສັ່ງລົງໂທດເພື່ອເລັ່ງໃສ່ ອີຣານແມ່ນບໍ່ມີຂໍ້ອ້າງອີງຍ້ອນວ່າ ເຕເຮຣານ ໄດ້ປະຕິບັດ ຂໍ້ຕົກລົງນິວເຄຼຍຢ່າງຄົບຖ້ວນ. ຕາມທ່ານ Putin ແລ້ວ, ການກະທຳທາງການທະຫານຂອງ ອາເມລິກາເພື່ອເລັ່ງໃສ່ສາທາລະນະລັດ ອິດສະລາມ ແມ່ນ ໄພພິບັດໃຫ້ແກ່ພາກພື້ນຕາເວັນອອກກາງ, ຊ້ຳບໍ່ໜຳມັນຈະສ້າງບັນດາຜົນຢ້ອນຫຼັງທີ່ຮ້າຍແຮງໃຫ້ແກ່ບັນດາຜູ້ປະຕິບັດ.