ທ່ານປະທານປະເທດ Truong Tan Sang ເຮັດວຽກກັບສະມາຄົມຜູ້ອາຍຸສູງ
02/07/2012 10:24
ທ່ານປະທານປະເທດ Truong Tan Sang ໄດ້ຍ້ອງຍໍສັນລະເສີນບັນດາໝາກຜົນແຫ່ງການເຄື່ອນໄຫວຂອງສະມາຄົມຜູ້ອາຍຸສູງ ຫວຽດນາມ ໃນຕະຫລອດ 17 ປີ ຜ່ານມາ

ການເຄື່ອນໄຫວຂອງຜູ້ອາຍຸສູງຫວຽດນາມ ພາບປະກອບ: internet (vovword) - ເບິ່ງແຍງດູແລໃຫ້ແກ່ຜູ້ອາຍຸສູງ ແມ່ນການປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແຕ່ສິ່ງສຳຄັນກວ່າແມ່ນສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ ແລະ ລະບອບ. ນີ້ແມ່ນການຊີ້ນຳຂອງທ່ານປະທານປະເທດຫວຽດນາມ Truong Tan Sang ເມື່ອລົງຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມຜູ້ອາຍຸສູງ ຫວຽດນາມ ໃນຕອນບ່າຍວັນທີ 2/7. ທ່ານນາງ Cu Thi Hau ປະທານສູນກາງສະມາຄົມຜູ້ອາຍຸສູງ ຫວຽດນາມ ໄດ້ລາຍງານໃຫ້ທ່ານປະທານປະເທດ ຊາບ ບາງຈຸດກ່ຽວກັບການເຄື່ອນໄຫວຂອງສະມາຄົມ. ທ່ານປະທານປະເທດ Truong Tan Sang ໄດ້ຍ້ອງຍໍສັນລະເສີນບັນດາໝາກຜົນແຫ່ງການເຄື່ອນໄຫວຂອງສະມາຄົມຜູ້ອາຍຸສູງ ຫວຽດນາມ ໃນຕະຫລອດ 17 ປີ ຜ່ານມາ. ທ່ານ ປະທານປະເທດ Truong Tan Sang ໄດ້ເນັ້ນຫນັກວ່າ:
TAG
ຜູ້ອາຍຸສູງ
Related





