ວັນທີ 3 ຕຸລາ, “ວັນຫວຽດນາມຢູ່ເຂດຕາເວັນອອກໄກ 2026” ໄດ້ດຳເນີນຢູ່ນະຄອນ Vladivostok, ສະຫະພັນ ລັດເຊຍ. ເຫດການໂດຍສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Vladivostok ປະສານສົມທົບກັບອຳນາດການປົກຄອງນະຄອນ Vladivostok ຈັດຂຶ້ນ, ສ້າງຂີດໝາຍເປັນຄັ້ງທຳອິດ ວັນບຸນ ວັດທະນະທຳ - ເສດຖະກິດ - ການທ່ອງທ່ຽວເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມ ໄດ້ຈັດຂຶ້ນຢູ່ເຂດ ທາງທິດຕາເວັນອອກໄກຂອງ ລັດເຊຍ. ກ່າວຄຳເຫັນທີ່ເຫດການ, ທ່ານ ຫງວຽນວຽດກຽນ ຫົວໜ້າສະຖານກົງສູນຫວຽດນາມ ປະຈຳ Vladivostok ເນັ້ນໜັກວ່າ ເຫດການເພື່ອແນໃສ່ແນະນຳປະເທດຊາດ, ຊາວ ຫວຽດນາມ ໄປຍັງເພື່ອນມິດລັດເຊຍ, ພ້ອມທັງປະກອບສ່ວນເພີ່ມທະວີການພົບປະແລກປ່ຽນປະຊາຊົນ ແລະ ເປີດກວ້າງໂອກາດຮ່ວມມືໃນບັນດາຂົງເຂດວັດທະນະທຳ, ເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວ.






