VOV WorldVOV World
ວົງເງິນການຄ້າ ຫວຽດນາມ - ອິນໂດຍ ບັນລຸລະດັບສະຖິຕິໃນປະຫວັດສາດກວ່າ 16 ຕື້ USD
14/01/2026 08:45
(VOVWORLD) - ໝວດສິນຄ້າມີວົງເງິນສົ່ງອອກໃຫຍ່ ຫຼື ເຕີບໂຕຢ່າງແຮງ, ລວມມີໂທລະສັບ, ຜະລິດຕະພັນເອເລັກໂຕນິກ; ກົນຈັກ… ອິນເດຍ ສະໜອງວັດຖຸດິບທີ່ຈຳເປັນ
ວົງເງິນການຄ້າ ຫວຽດນາມ - ອິນໂດຍ ບັນລຸລະດັບສະຖິຕິໃນປະຫວັດສາດກວ່າ 16 ຕື້ USD
        ວັນທີ 13 ມັງກອນ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ ຍອດວົງເງິນການຄ້າ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ບັນລຸລະດັບສະຖິຕິ 16,46 ຕື້ USD ໃນປີ 2025, ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ປີ 2024. ລະອຽດແມ່ນ, ການສົ່ງອອກຈາກ ຫວຽດນາມ ໄປ ອິນເດຍ ບັນລຸ 10,3 ຕື້ USD ເພີ່ມຂຶ້ນ 14,2%, ນຳເຂົ້າຈາກ ອິນເດຍ ບັນລຸ 6,1 ຕື້ USD ເພີ່ມຂຶ້ນ 4,9%.         ໝວດສິນຄ້າມີວົງເງິນສົ່ງອອກໃຫຍ່ ຫຼື ເຕີບໂຕຢ່າງແຮງ, ລວມມີໂທລະສັບ, ຜະລິດຕະພັນເອເລັກໂຕນິກ; ກົນຈັກ… ອິນເດຍ ສະໜອງວັດຖຸດິບທີ່ຈຳເປັນ, ຄື: ເຫຼັກກ້າ, ທາດເຄມີ, ຢຸກຢາ, ເຄື່ອງຕ່ຳແຜ່ນຕັດຫຍິບ… ໃນຂະນະທີ່ ຫວຽດນາມ ສົ່ງອອກບັນດາຜະລິດຕະພັນເຕັກໂນໂລຊີ, ເຄື່ອງເອເລັກໂຕນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ, ທາດເຄມີ, ກາເຟ… ຢ່າງແຮງ.         ດ້ວຍພື້ນຖານການເຕີບໂຕເສດຖະກິດສູງຂອງທັງ 2 ປະເທດ, ຄວາມຕ້ອງການຕະຫຼາດເພີ່ມເຕີມໃຫ້ແກ່ກັນ, ການຄ້າ ຫວຽດນາມ - ອິນໂດຍ ໄດ້ຮັບການຕີລາຄາວ່າຈະສາມາດບັນລຸລະດັບ 20 ຕື້ USD ໃນຊຸມປີຈະມາເຖິງ.
TAG
VOV/VOVworld/​ວົງ​ເງິນ/​ສົ່ງ​ອອກ/ເຕີບ​ໂຕ​

More