ໂດຍນອນຢູ່ຫ່າງຈາກໃຈກາງນະຄອນ ເຫວ້ ປະມານ 20 ກິໂລແມັດ, ໝູ່ບ້ານຊາວປະມົງ ງືໝີແທັ້ງ ຂຶ້ນກັບຕາແສງ ດານດ່ຽນ ແມ່ນໜຶ່ງໃນບັນດາໝູ່ບ້ານຊາວປະມົງນອນຢູ່ແຄມບຶງ ຕາມຢາງ ປະກອບດ້ວຍຫຼາຍກວ່າ 250 ຄອບຄົວ ເຊຶ່ງຫາເງິນລ້ຽງຊີບດ້ວຍການຈັບຫາສິນໃນນ້ຳຢູ່ບຶງ ຕາມຢາງ. ທ່ານ ວັນຫິວຊາງ ຫົວໜ້າສະຫະກອນທ່ອງທ່ຽວ ການບໍລະການຊຸມຊົນ ຕາມຢາງ - ກວ໋າງເລີ້ຍ ໃຫ້ຮູ້ວ່າ:
“ໝູ່ບ້ານຊາວປະມົງເມື່ອກ່ອນນີ້, ຊາວບ້ານດຳລົງຊີວິດ ແລະ ຈັບຫາສິນໃນນ້ຳໃນບຶງ ແລະ ດຳລົງຊີວິດຕົ້ນຕໍຢູ່ເທິງເຮືອຜ່ານຫຼາຍລຸ້ນຄົນ. ຫຼັງປີ 1990, ປະຊາຊົນໄດ້ຂຶ້ນຝັ່ງ ເພື່ອດຳເນີນຊີວິດ ແລະ ສ້າງຊີວິດມາຮອດປັດຈຸບັນ ແລະ ຕັ້ງຊື່ໃສ່ໝູ່ບ້ານແມ່ນ ງືໝີແທັ້ງ. ຢູ່ແຫ່ງນີ້ດິນຟ້າອາກາດອຳນວຍຄວາມສະດວກ, ເຂດໜອງບຶງມີຄວາມສວຍງາມທີ່ສຸດ”.
ໝູ່ບ້ານຊາວປະມົງ ງືໝີແທັ້ງ ແມ່ນມີຈຸດພິເສດສະເພາະຂອງເຂດແມ່ນ້ຳລຳເຊ. ແຂກທ່ອງທ່ຽວມານີ້ ຈະຕົກສະເງິຍ້ອນທິດທັດທຳມະຊາດງົດງາມ ແລະ ການດຳລົງຊີວິດສະຫງົບສຸກຂອງຊາວປະມົງ. ທ່ານ ວັນຫິວຊາງ ໃຫ້ຮູ້ຕື່ມອີກວ່າ:
“ຢູ່ໝູ່ບ້ານຊາວປະມົງ ງືໝີແທັ້ງ ແຂກທ່ອງທ່ຽວຈະໄດ້ສູບເອົາອາກາດທີ່ປອດໂປ່ງ ພິເສດແມ່ນຍາມດວງຕາເວັນອອກ ແລະ ດວງຕາເວັນຕົກ. ທິວທັດທຳມະຊາດງົດງາມທີ່ສຸດ ເຊິ່ງເປັນສະຖານທີ່ເພື່ອໃຫ້ແຂກທ່ອງທ່ຽວຖ່າຍຮູບທີ່ລະນຶກ. ແຂກທ່ອງທ່ຽວມານີ້ຈະເຄື່ອນຍ້າຍດ້ວຍເຮືອໃນບຶງ ຕາມຢາງ”.
ໜຶ່ງໃນບັນດາຈຸດພິເສດສະເພາະຂອງໝູ່ບ້ານ ງືໝີແທັ້ງ ແມ່ນຕະຫຼາດບົນໜ້ານ້ຳ. ຕະຫຼາດໄດ້ມີຂຶ້ນແຕ່ 4 ໂມງ ຫາ 7 ໂມງເຊົ້າ ຂະນະທີ່ຊາວປະມົງໄດ້ກັບຄືນຝັ່ງ ພາຍຫຼັງໄປຈັບສິນໃນນ້ຳໃນຄ່ຳຄຶນຢູ່ບຶງ. ສິນໃນນ້ຳສົດກໍ່ມີ ປາ, ກຸ່ງ, ປູ, ອ່ຽນ… ເຊິ່ງໄດ້ແລກປ່ຽນຊື່ຂາຍບົນໜ້ານ້ຳເລີຍ ອັນໄດ້ສ້າງທັດຊະນີຍະພາບທີ່ຄຶກຄື້ນມ່ວນຊື່ນ ແຕ່ຍັງຄົງຮັກສາຄວາມລຽບງ່າຍໃນຊີວິດຂອງຊາວປະມົງເຂດພາກກາງ. ທ່ານ ຟານວັນຕີ ຢູ່ໝູ່ບ້ານຊາວປະມົງ ງືໝີແທັ້ງ ໃຫ້ຮູ້ວ່າ:
“ໃນໝູ່ບ້ານ, ແຂກທ່ອງທ່ຽວຈະໄດ້ພົບປະກັບຊາວບ້ານ ປະຊາຊົນຢູ່ແຫ່ງນີ້ມີຈິດໃຈຮັກແພງແຂກ, ຕ້ອນຮັບແຂກທ່ອງທ່ຽວຢ່າງຮອບຄອບຖີ່ຖ້ວນ”.
ຮູບພາບໜອງບືງທີ່ກວ້າງໃຫຍ່ໄພສານງົດງາມເປັນໜ້າຈັບໃຈ ພ້ອມກັບວິຖີຊີວິດທີ່ລຽບງ່າຍ ເຂັ້ມຂົ້ນໄປດ້ວຍສີສັນແມ່ນ້ຳລຳເຊຂອງຊາວປະມົງ ງືໝີແທັ້ງ ໄດ້ດຶງດູດແຂກທ່ອງທ່ຽວມານີ້ຢ່າງ ຫຼວງຫຼາຍ.
“ມາຢາມໝູ່ບ້ານຊາວປະມົງ, ຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມສະຫງົບສຸກ. ອາກາດຢູ່ທີ່ນີ້ປອດໂປ່ງ. ຂ້າພະເຈົ້າຈະກັບຄືນຢາມອີກຫຼາຍຄັ້ງ”.
“ມາຢາມໝູ່ບ້ານ, ຂ້າພະເຈົ້າໄດ້ເຊື່ອມຕົວເຂົ້າກັບທິວທັດທຳມະຊາດໜອງບຶງ ດັ່ງນັ້ນຮູ້ສຶກສະຫວາດສະເຫວີຍ. ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບການດຳລົງຊີວິດຂອງປະຊາຊົນຢູ່ບຶງ ຕາມຢາງ ຕື່ມອີກ”.
ຈາກໝູ່ບ້ານຊາວປະມົງເຂດບ້ານນາຢູ່ແຄມບຶງ ຕາມຢາງ ຕິດພັນກັບແມ່ນ້ຳລຳເຊ, ໝູ່ບ້ານ ງືໝີແທັ້ງ ໄດ້ມີການປ່ຽນແປໃນແຕ່ລະວັນກາຍເປັນສະຖານທີ່ທີ່ດີ ເພື່ອໃຫ້ແຂກທ່ອງທ່ຽວມາຄົ້ນຫາກ່ຽວກັບການດຳລົງຊີວິດ, ສີສັນວັດທະນະທຳຂອງເຂດໜອງບຶງທີ່ມີຊື່ສຽງໃນນະຄອນ ເຫວ້.








