​ປັດ​ຈຸ​ບັນ​ກຸ່ມ​ທາດ ໂປ​ຊາ​ອິີນື ຍັງ​ເຫຼືອ​ພຽງ 3 ທາດ​ເທົ່າ​ນັ້ນ. ໃນ​ນັ້ນ​ມີ​ທາດ​ໃຫຍ່ ຫຼື ເອີ້​ນ​ວ່າ ທາດ​ A ຍັງ​ຄົງ​ຖືກ​ຮັກ​ສາ​ໄວ້​ເໝືອນ​ເດີມ ທາດ A ສູງ 16 ແມັດ ບູ​ຊາ​ເທວະ​ດາ ຊີ​ວາ ທາດນີ້​ປະ​ກອບ​ດ້ວຍ​ສາມ​ຊັ້​ນ ມີ​ປະ​ຕູ​ໃຫຍ່​ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ. ສ່ວນ​ທາດ​ນ້ອຍ ຫຼື ເອີ້ນ​ວ່າ ທາດ B ສູງ 12 ແມັດ ປະ​ກອບ​ດ້ວຍ 3 ຊັ້ນ​ຄື​ທາດ A ແຕ່​ນ້ອຍກວ່າ. ທາດນີ້​ບູ​ຊາ​ງົວ​ວິ​ເສດ ນານ​ດິນ. ຢູ່​ໜ້າ​ທາດ B ກໍ່​ມີ​ເດີ່ນ​ທຳ​ພິ​ທີ​ໃຫຍ່ ປັດ​ຈຸ​ບັນ​ເຄີຍ​ນຳ​ໃຊ້​ໃນ​ໂອ​ກາດ​ງານ​ບຸນ ກາ​ເຕ. ສ່ວນ​ທາດ​ນ້ອຍກວ່າ​ໝູ່ ຫຼື ເອີ້ນ​ວ່າ ທາດ C ບູ​ຊາ​ເທວະ​ດາ​ໄຟ ດັ່ງ​ນັ້ນ​ປະ​ກອບ​ດ້ວຍ 1 ຊັ້ນ ແລະ ສູງ 5 ແມັດ​ເທົ່າ​ນັ້ນ. ນາງ ເຈົາ​ທິ​ເກິ່ມ​ຕູ໊ ແຂກ​ທ່ອງ​ທ່ຽວຢູ່​ແຂວງ ​ຫວິງ​ລອງ ເປີດ​ເຜີຍ​ວ່າ:

“ຢູ່​ທີ່ນີ້​ສະ​ຫງົບ​ງຽບ​ທີ່​ສຸດ ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ບັນ​ຍາ​ກາດ ກໍ່​ຄືມະ​ນຸດ​ຢູ່​ທີ່ນີ້​ມີ​ຄວາມ​ຮັກ​ແພງ​ແຂກ. ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ໄດ້​ສ້າງ​ເຂດ​ທ່ອງ​ທ່ຽວ ​ເພື່ອ​ໃຫ​້​ທຸກໆ​ຄົນ​ມາ​ຢ້ຽມ​ຊົມ​ທັດ​ສະ​ນະ​ສຶກ​ສາ”. ມາ​ຢາມເຂດ​ປູ​ຊະ​ນີ​ຍະ​ສະ​ຖານທາດ ໂປ​ຊາ​ອິີນື ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບວາດ​ຟ້ອນ ອັບ​ຊາ​ຣາ ຂອງ​ຊາວ​ເຜົ່າ ຈຳ. ບັນ​ດາ​ວາດ​ຟ້ອນ​ພ້ອມ​ກັບ​ສຽງ​ຂັບ​ລຳ​ທຳ​ເພງ ໃນ​ທ່າມ​ກາງສຽງດົນຕີພື້ນເມືອງຫຼາຍ​ປະ​ເພດ​ຂອງ​ເຜົ່າ ຈຳ ຄື ກອງ​ອີ​ນັງ, ກອງ​ປະ​ຣາ​ນຶງ, ແຄນ​ສະ​ຣາ​ນາຍ ໄດ້​ເຮັດ​ໃຫ້ແຂກ​ທ່ອງ​ທ່ຽວມີ​ຄວາມຫຼົງ​ໄຫຼ.

“ນ້ອງ​ເຫັນວ່າວາດ​ຟ້ອນ​ຂອງ​ພວກ​ເອື້ອຍ​ງາມ​ທີ່​ສຸດ, ວາດ​ຟ້ອນ​ແມ່ນ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຂອງ​ບັນ​ດາ​ເຜົ່າ. ຜ່ານນີ້ນ້ອງ​ໄດ້​ຮັບ​ຊົມ ແລະ ຮຽ​ນ​ຮູ້ຫຼາຍກວ່າ​ອີກ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ ຫວຽດ​ນາມ”.

“ມື້ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​ສຽງ​ດົນ​ຕີ, ໄດ​້​ຮັບ​ຊົມ​ວາດ​ຟ້ອນ​ຂອງ​ພວກ​ນ້ອງ​ຢູ່​ທີ່ນີ້​ມີ​ຄວາມ​ເປັນ​ເອ​ກະ​ລັກ​ໂດຍ​ສະ​ເພາະ. ພວກ​ຂ້າ​ພະ​ເຈົ້າ​ມີໂ​ອ​ກາດ​ໄດ້​ຮັບ​ຊົມ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ເຜົ່າຈຳ”.

ນັ້ນ​ແມ່​ນ​ຄວາມ​ຮູ້​ສຶກ​ຂອງ​ແຂກ​ທ່ອງ​ທ່ຽວ​ສອງ​ຄົນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ເມື່ອ​ມາ​ຢ້ຽມ​ຊົມທາດ ໂປ​ຊາ​ອິີນື. ​ນອກ​ຈາກ​ໄດ້​ຮັບຊົມ​ລາຍ​ການ​ສະ​ແດງ​ສິ​ລ​ະ​ປະ​ວັນ​ນະ​ຄະ​ດີ, ແຂກ​ທ່ອງ​ທ່ຽວ​ຍັງ​ໄດ້​ຄົ້ນ​ຫາ​ອາ​ຊີບ​ເຮັດ​ເຄື່ອງ​ປັ້ນ​ດິນ​ເຜົາ, ອາ​ຊີບ​ຕ່ຳ​ແຜ່ນ​ແພ​ພື້ນ​ເມືອງ​ຂອງ​ເຜົ່າ ຈຳ ອີກ​ດ້ວຍ. ທ່ານ ບ໊າ​ຊິງ​ຕີ໊ ສັງ​ກັດ​ກອງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ພື້ນ​ເມືອງເຜົ່າ ຈຳ ໃຫ້​ຮູ້​ວ່າ:

“ກອງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ພື້ນ​ເມືອງເຜົ່າ ຈຳ ຮັບ​ໃຊ້​ຢູ່​ທີ່ນີ້​ມາ​ແຕ່​ດົນ​ນານ​ແລ້ວ. ຂ້າ​ພະ​ເຈົ້າ​ສະ​ແດງ​ສິ​ລະ​ປະ​ພື້ນ​ເມືອງ​ເຜົ່າ ຈຳ ຄື ຟ້ອນ​ລ​ຳ​ທຳ​ເພງ ແລະ ສະ​ແດງ​ເຄື່ອງ​ດົນ​ຕີ​ປະ​ສານ​ສຽງ, ແຂກ​ທ່ອງ​ທ່ຽວຊົມ​ຊອບ ແລະ ພາກ​ພູມ​ໃຈ​ທີ່​ສຸດ. ເມື່ອ​ຂຶ້ນ​ທາດ, ​ແຂກ​ທ່ອງ​ທ່ຽວກໍ່​ມັກຊົມບັນດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພື້ນ​ເມືອງ​ເຜົ່າ ຈຳ”.

ທາດປ​ຊາ​ອິີນື ໄດ້​ກັ່ນ​ຕອງ​ບັນ​ດາສິ​່ງ​ທີ່ຍອດ​ຍິ່ງ​ທາງ​ດ້ານ​ເຕັກ​ນິກ ສະ​ຖາ​ປັດ​ຕະ​ຍະ​ກຳ ແລະ ສິ​ລະ​ປະ ປະ​ດັບ​ປະ​ດາ​ຂອງ​ຊາວ​ເຜົ່າ ຈຳ ​ເມື່ອ​ກ່ອນນີ້ ເຊິ່ງ​ໄດ້​ສ້າງ​ຄວາມ​ງາມ​ຢ່າງສະງ່າ​ຜ່າ​ເຜີຍ ແລະ ລຶກ​ລັບ​ມະ​ຫັດ​ສະ​ຈັນ. ດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ, ທາດ ໂປ​ຊາ​ອິີນື ໄດ້​ຮັບ​ການ​ຈັດ​ອັນ​ດັບ​ຈາກ​ກະ​ຊວງວັດ​ທະ​ນະ​ທຳ ຖະ​ແຫຼ​ງຂ່າວ ປັດ​ຈຸ​ບັນ​ແມ່ນ ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສິ​ລະ​ປະ​ລະ​ດັບ​ຊາດ ເມື່ອ​ປີ 1991.