VOV WorldVOV World
CMC Telecom ແລະ ເປົ້າ​ໝາຍ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນ Digital Hub ຂອງ ອາ​ຊີ
16/06/2022 09:49
(VOVWORLD) - ຮ່າງວາງແຜນພື້ນຖານຖະແຫຼງຂ່າວ ແລະ ການສື່ສານ ໄລຍະ 2021 – 2030 ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ກໍ່ສ້າງ ໄດ້ວາງອອກຄວາມຮຽກຮ້ອງຕ້ອງການພັດທະນາຮອດປີ 2030, ຫວຽດນາມ ຈະກາຍເປັນ Digital Hub”- ຈຸດປ່ຽນຖ່າຍ, ເຊື່ອມຕໍ່ຮັກສາສຳເນົາ ແລະ ແກ້ໄຂຂໍ້ມູນຂອງພາກພື້ນ ແລະ ໂລກ. ດ້ວຍເນື້ອໃນຈິດໃຈ “ຮັກສາຂໍ້ມູນຂອງຄົນ ຫວຽດນາມ”, CMC Telecom (ສັງກັດບໍລິສັດເຕັກໂນໂລຢີ CMC) ໄດ້ລົງທຶນສ້າງລະບົບ Data Center (ສູນຂໍ້ມູນ) ທີ່ທັນສະໄໝ, ປະກອບສ່ວນເຂົ້າໃນການສ້າງພື້ນຖານໂຄງລ່າງດີຈີຕອນແຫ່ງຊາດໃຫ້ສຳເລັດ, ຄົບຊຸດ, ມຸ່ງໄປເຖິງເປົ້າໝາຍນີ້.
CMC Telecom  ແລະ ເປົ້າ​ໝາຍ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນ Digital  Hub ຂອງ ອາ​ຊີ
    ຄຳນິຍາມ Digital Hub ໄດ້ເຂົ້າໃຈວ່າເປັນບ່ອນເກັບຮັກສາ, ແກ້ໄຂບັນດາຂໍ້ມູນໃຫຍ່ຂອງບໍລິສັດເຕັກໂນໂຢລີແຖວໜ້າຂອງໂລກ, ອະນຸຍາດໃຫ້ຖ່າຍ - ໂອນຂໍ້ມູນ, ພ້ອມດຽວກັນນັ້ນຍັງສາມາດສະໜອງການບໍລິການນີ້ອອກນອກພາກພື້ນອີກດ້ວຍ. Digital Hub ບໍ່ພຽງແຕ່ມີຄວາມໝາຍວ່າ ແກ້ໄຂຂໍ້ມູນຢູ່ທ້ອງຖິ່ນເທົ່ານັ້ນ ແຕ່ຍັງເປີດກວ້າງລະບົບນິເວດເຕັກໂນໂລຢີ (ecosystem) ລະດັບພາກພື້ນອີກດ້ວຍ.         ຄວາມຈິງ, ຫວຽດນາມ ພວມມີໂອກາດທີ່ໃຫຍ່ຫຼວງເພື່ອກາຍເປັນຈຸດເຊື່ອມຕໍ່ ແລະ ເກັບຮັກສາຂໍ້ມູນຂອງພາກພື້ນ ອາຊຽນ ກໍຄືພາກພື້ນ ອາຊີ - ປາຊີຟິກ. ກ່ອນອື່ນໝົດ, ນັ້ນແມ່ນບາດກ້າວປ່ຽນແປງຂະໜາດໃຫຍ່ກ່ຽວກັບລະບອບລະບຽບການ, ນະໂຍບາຍ, ສ້າງກຳລັງໜູນໃຫ້ບັນດານັກລົງທຶນເຕັກໂນໂລຢີດີຈີຕອນ ຫວຽດນາມ. ທ່ານ ດັ້ງຕຸງເຊີນ, ຮອງຜູ້ອຳນວຍການໃຫຍ່ CMC Telecom  ຖືວ່າ:
TAG
VOV/VOVworld/CMC Telecom/Data Center/Digital Hub/ດີ​ຈີ​ຕອນ/ການຄ້າເອເລັກໂຕນິກ