ກົກໆ - ໂປຼແກຼມ Make in Viet Nam ທີ່ຊ່ວຍໃຫ້ຊາວ ຫວຽດນາມ ມີຄວາມສຸກກວ່າໃນໂລກດີຈີຕອນ
28/08/2022 01:53
(VOVWORLD) -ກົກໆ ແມ່ນບໍລິສັດ startup ທາງດ້ານເຕັກໂນໂລຢີຂອງ ຫວຽດນາມ ໂດຍເປັນທີ່ຮູ້ຈັກກັນດີກັບ ໂປຼແກຼມ ແລະ ເຄື່ອງມືຄົ້ນຫາ. ນັບແຕ່ຕອນສ້າງຕັ້ງມາຮອດປັດຈຸບັນ, ກົກໆ ຍາມໃດກໍສຸມໃສ່ພັດທະນາຕາມທິດນຳທີ່ວ່າ “ຊ່ວຍນຳມາເຊິ່ງຄວາມສຸກໃຫ້ແກ່ຄົນ ຫວຽດ ດ້ວຍການນຳໃຊ້ຄວາມສາມາດບົ່ມຊ້ອນໃນໂລກດີຈີຕອນຢ່າງສຸດຂີດ” ແລະ “ຜູ້ນຳໃຊ້ແມ່ນສຳຄັນທີ່ສຸດ” – user first.

ກົກໆ ແມ່ນໂປຼແກຼມ ແລະ ເຄື່ອງມືຄົ້ນຫາ Make in Vietnam ໂດຍມີຜູ້ນຳໃຊ້ກວ່າ 25 ລ້ານຄົນ (ພາບ: baodautu.vn) ກົກໆ ໄດ້ກຳເນີດເກີດຂຶ້ນຈາກແນວຄວາມຄິດຂອງນັກສຶກສາ ຫວຽດນາມ 3 ຄົນ: ນັ້ນແມ່ນ ຫງວຽນແທັງບິ່ງ, ເລວັນແທັງ ແລະ ຫງວຽນດຶກງອກ ດ້ວຍຄວາມປາດຖະໜາ ປະດິດສ້າງເຄື່ອງມືຄົ້ນຫາທີ່ດີທີ່ສຸດໃຫ້ແກ່ຄົນ ຫວຽດ. ອ້າຍ ເລວັນແທັງ, ໜຶ່ງໃນນັກສຶກສາ 3 ຄົນທີ່ກໍ່ຕັ້ງ ກົກໆ ເລົ່າສູ່ຟັງວ່າ: “ ໃນ ປີ 2008, ພວກ ຂ້າ ພະ ເຈົ້າ ແມ່ນນ ັກ ສຶກ ສາ ປີ ສຸດ ທ້າຍ ຂອງ ມະ ຫາ ວິ ທະ ຍາ ໄລ ສັງ ລວມ ມົດ ສະ ກູ ມີ ແນວ ຄວາມ ຄິດ ສ້າງ ເວັບ ໄຊ ໜຶ່ງ ຮັບ ໃຊ້ ການຄົ້ນ ຫາ ຢູ່ ຫວຽດ ນາມ ເພາະ ວ່າ ໃນ ໄລ ຍະ ສຶກ ສາ ຮ່ຳ ຮຽນ , ພວກ ຂ້າ ພະ ເຈົ້າ ເຫັ ນ ວ່າລະ ດັບ ການ ພັດ ທະ ນາ ຂອງ ອິນ ເຕີ ເນັດ ແມ່ນ ໃຫຍ່ຫຼວງທີ່ສຸດ , ເຄື່ອງ ມື ຄົ້ນ ຫາ Google ຕອບ ສະ ໜອງ ໄດ ້ ຂ້ອນ ຂ້າງ ດີ ແລ້ວ , ແຕ່ ພວກ ເຮົາ ຍັງ ມີ ຫຼາຍຄວາມ ຮ ຽກ ຮ້ອງ ຕ້ອງ ການ ອື່ນ ອີກ . ນັ້ນ ແມ່ນ ແນວ ຄວາມ ຄິດ ພັດ ທະ ນາ ເຄື່ອງ ມື ຄົ້ນ ຫາຢ ູ່ ຫວຽດ ນາມ .” ປີ 2008, ນັກວິສະວະກອນ 3 ຄົນນັ້ນໄດ້ກັບມາ ຫວຽດນາມ ເພື່ອສຶກສາຕະຫຼາດຢູ່ພາຍໃນປະເທດ ແລະ ຂຶ້ນແຜນຊັກຊວນນັກລົງທຶນ. ປີ 2010, ກົກໆ ຈຶ່ງໄດ້ກຳເນີດຢ່າງເປັນທາງການ ດ້ວຍຫຼາຍຄຸນສົມບັດປະມວນເຂົ້າກັນຢ່າງຈັບອົກຈັບໃຈ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ແລະ ພັດທະນາອີງຕາມຄວາມຊິນເຄີຍ ແລະ ການກະທຳນຳໃຊ້ອິນເຕີເນັດຂອງຄົນ ຫວຽດນາມ. ທ່ານ ຫງວຽນຫວູແອັງ, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ (CEO) ກົກໆ ໃຫ້ຮູ້ວ່າ: “ກົກໆ ແມ່ນໂປຼແກຼມ ແລະ ເຄື່ອງມືຄົ້ນຫາ Make in Vietnam ໂດຍມີຜູ້ນຳໃຊ້ກວ່າ 25 ລ້ານຄົນ. ກົກໆ ຍາມໃດກໍມານະພະຍາຍາມເພື່ອສ້າງຄວາມຮັບຜິດຊອບຫຼາຍທີ່ສຸດເທົ່າທີ່ຫຼາຍໄດ້ຕໍ່ຜູ້ນຳໃຊ້ ແລະ ສຸມໃສ່ຊາວ ຫວຽດນາມ. ດີກວ່າ ຢູ່ທີ່ນີ້ ໝາຍຄວາມວ່າ ໂຫຼດໜ້າເວັບຕ່າງໆໄດ້ໄວກວ່າ, ແລ່ນໂຄສະນາໄດ້ດີກວ່າ ແລະ ສາມາດ ດາວໂຫຼດ ຄຼິບວິດີໂອໄດ້ຢ່າງງ່າຍດາຍ ແລະ ປອດໄພກວ່າ. ເລື່ອງປົກປ້ອງຜູ້ນຳໃຊ້ກໍແມ່ນເປົ້າໝາຍໜຶ່ງຂອງ ກົກໆ”.
TAG
VOV/VOVworld/ກົກໆ/ຕົວທ່ອງເວັບ/ໂປຼແກຼມ/ຕັ້ງຄ່າ
Related








