VOV WorldVOV World
(VNPT e-Cabinet) ຫ້ອງ​ປະ​ຊຸມບໍ່​ຕ້ອງ​ການ​ເອ​ກະ​ສານ- ປະ​ກອບ​ສ່ວນ​ກໍ່​ສ້າງ​ອຳ​ນາດ​ການ​ປົກ​ຄອງ​ເອ​ເລັກ​ໂຕ​ນິກ​ຢູ່ ຫວຽດ​ນາມ
18/06/2022 11:00
(VOVWORLD) -ໄລຍະຜ່ານມາ, ກຸ່ມບໍລິສັດ VNPT ໄດ້ສ້າງ ແລະ ຜັນຂະຫຍາຍບັນດາມາດຕະການມຸ່ງໄປເຖິງ ເປົ້າໝາຍ: ຫັນພື້ນຖານເສດຖະກິດເປັນດິຈີຕອນ; ຫັນເປັນສັງຄົມດິຈີຕອນ; ຫັນອົງການລັດຈຳນວນຫນຶ່ງເປັນ ດິຈີຕອນ; ພັດທະນາກຳລັງແຮງງານ ດິຈີຕອນ. ວິວັດການນີ້ ເບື້ອງຕົ້ນບັນລຸໄດ້ໝາກຜົນຕັ້ງຫນ້າຫລາຍຢ່າງ. ຜະລິດຕະພັນຊອບແວ ຫ້ອງປະຊຸມບໍ່ຕ້ອງການເອສ້າງອຳນາດການປົກຄອງເອເລັກໂຕນິກ ຢູ່ ຫວຽດນາມ.
(VNPT e-Cabinet) ຫ້ອງ​ປະ​ຊຸມບໍ່​ຕ້ອງ​ການ​ເອ​ກະ​ສານ- ປະ​ກອບ​ສ່ວນ​ກໍ່​ສ້າງ​ອຳ​ນາດ​ການ​ປົກ​ຄອງ​ເອ​ເລັກ​ໂຕ​ນິກ​ຢູ່ ຫວຽດ​ນາມ
  E-Cabinet ຫ້ອງປະຊຸມບໍ່ຕ້ອງການເອກະສານ ເພື່ອແນໃສ່ປ່ຽນແປງວິທີການເຮັດວຽກຂອງບັນດາຫົວຫນ່ວຍ ອົງການຂອງລັດ ແລະ ວິສາຫະກິດ ຈາກເລື່ອງອີງໃສ່ເອກະສານດ້ວຍເຈ້ຍໄປຍັງວິທີເຮັດວຽກແບບໃຫມ່ທາງເຄືອຂ່າຍອິນເຕີແນັດ, ນຳໃຊ້ເອກະສານເອເລັກໂຕນິກ, ປະກອບສ່ວນສຳຄັນຍົກສູງປະສິດທິຜົນໃນການຄຸ້ມຄອງ, ບໍລິຫານຂອງລູກຄ້າ, ສ້າງສະພາບແວດລ້ອມເຮັດວຽກຢ່າງທັນສະໄຫມ, ສີວິໄລ. E-Cabinet ຫລຸດຜ່ອນເອກະສານດ້ານບໍລິຫານໃນແຕ່ລະການປະຊຸມ, ປະຢັດລາຍຈ່າຍພິມເອກະສານ, ຫລຸດຜ່ອນເວລາກະກຽມ, ເພີ່ມທະວີການພົວພັນແລກປ່ຽນລະຫວ່າງບັນດາສະມາຊິກເຂົ້າຮ່ວມການປະຊຸມ, ຍົກສູງຄຸນນະພາບວຽກງານຊີ້ນຳບໍລິຫານ.
TAG
VOV/VOVworld/VNPT/ມາດຕະການ ICT/VNPT e-Cabinet