ຄຳສັ່ງສະແດງຄວາມຮູ້ບຸນຄຸນ ແລະ ເລີ່ມມາຈາກຫົວໃຈ
ຕອນເຊົ້າວັນທີ 2 ເມສາ, ຢູ່ເຂດຮ່ອງຮອຍປະຫວັດສາດລະດັບຊາດພິເສດ ກຳແພງເມືອງເກົ່າ ກວ໋າງຈິ, ຄະນະຊີ້ນຳແຫ່ງຊາດ 515 ເປັນກຽດຈັດຕັ້ງພິທີປຸກລະດົມ “ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນຍູ້ແຮງການປະຕິບັດການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ
ບັນດາແຖວແຜ່ນສິລາຂຸມຝັງສົບໄດ້ຈັດສັບຊ້ອນອັນປານີດແມ່ນສິ່ງພິສູດໃຫ້ແກ່ການເສຍສະຫຼະຊີວິດອັນຍິ່ງໃຫຍ່ຂອງຄົນລຸ້ນກ່ອນໆເພື່ອສັນຕິພາບໃນມື້ນີ້.
ໃນຈົດໝາຍເນື່ອງໃນໂອກາດລະນຶກ 79 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ ບັ້ນ 500 ວັນແລະ ຄືນໄດ້ຮັບການຍູ້ແຮງການປະຕິບັດວຽກງານຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນຄຳສັ່ງຈາກຫົວໃຈ, ແມ່ນການສືບທອດສິນທຳ ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ການຕອບບຸນແທນຄຸນ ຂອງຊາດ.
ບັນດາຜູ້ແທນ ຈູດທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຕາແສງ ກືຢຸດ (ແຂວງ ເລິມດົ່ງ) (ພາບ: TTXVN)
ບັນດາບາດກ້າວຜ່ານຜ່າພູຜາປ່າໄມ້ໄປຊອກຫາ
ກຳລັງປະຕິບັດໜ້າທີ່ຢ່າງໜຽວແໜ້ນເພື່ອປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ບໍລິເວນຕາແສງ ແທັງຖຸຍ, ແຂວງ ຕວຽນກວາງ (ພາບ: VOV5)
ພະນັກງານ, ນັກຮົບປະຕິບັດການເກັບ ແລະ ຮັກສາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ວັດຖຸພັນທີ່ພົບເຫັນຢູ່ສວນສາທາລະນະ ເລທິຣຽງ, ນະຄອນ ໂຮ່ຈີມິນ ຢ່າງລະມັດລະວັງ. ແຕ່ວັນທີ 23 ມິຖຸນາ ຮອດວັນທີ 10 ສິງຫາ 2026, ບັນດາກຳລັງໄດ້ຄົ້ນພົບ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ, ໃນນັ້ນ 151 ອັດຖິມີວັດຖຸພັນຕິດມານຳ.
ໃນບັ້ນເຄື່ອນໄຫວ “500 ວັນ ແລະ ຄືນ”, ມີນັກຮົບເກົ່າ ອາເມລິກາ ຕັ້ງໜ້າກັບມາ ຫວຽດນາມ, ສະໜອງເອກະສານນັບຮ້ອຍສະບັບ, ແຜນທີ່ຈຸດພິກັດເພື່ອແນໃສ່ປະສານສົມທົບກັນຄົ້ນຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ທ່ານ Robert Ambrose Connor ນັກຮົບເກົ່າ ອາເມລິກາ ທີ່ເຄີຍເຂົ້າຮ່ວມສົງຄາມຢູ່ ຫວຽດນາມ ໃນຫຼາຍປີໄດ້ສະໜອງເອກະສານ, ແຜນທີ່, ຄວາມຊົງຈຳ ແລະ ບັນດາຂໍ້ມູນທີ່ກ່ຽວຂ້ອງເຖິງບັນດາຂຸມຝັງສົບລວມໃນປາງສົງຄາມ, ປະກອບສ່ວນໜູນຊ່ວຍວຽກງານຄົ້ນຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.
ເກັບຕົວຢ່າງ ADN ແລະ ຫັນຂໍ້ມູນເປັນດີຈີຕອນໂດຍໄວ
ກວາງນິງ ປະຕິບັດສຳເລັດວຽກງານເກັບເອົາຕົວຢ່າງ AND 100% ສຳລັບຂຸມຝັງສົບ 803 ຂຸມຢູ່ 18 ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດໃນບໍລິເວນແຂວງ (ພາບ: VOV)
ຫັນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດເປັນດີຈີຕອນ ຢູ່ ເລິມດົ່ງ ພວມໄດ້ຮັບການຍູ້ໄວຄວາມຄືບໜ້າ. ຮອດວັນທີ 7 ສິງຫາ, ທາງທ້ອງຖິ່ນໄດ້ເອົາຕົວຢ່າງ ແລະ ຫັນຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ ກວ່າ 3.040 ຂຸມໃນຈຳນວນ 4.776 ຂຸມທີ່ຍັງບໍ່ທັນໄດ້ຢັ້ງຢືນຊື່ ແລະ ນາມສະກຸນ, ຄາດວ່າຈະປະຕິບັດສຳເລັດໃນທ້າຍເດືອນສິງຫາ, ສຳເລັດກ່ອນແຜນການ ກວ່າ 2 ເດືອນ. ພະນັກງານ, ນັກຮົບ ແລະ ກຳລັງສາທາລະນະສຸກຮີບດ່ວນຜັນຂະຫຍາຍການເອົາຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ດ່າລາດ, ແຂວງເລິມດົ່ງ.
ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບິ່ງທ້ວນ ທີ່ກວ້າງໃຫຍ່ ໂດຍມີຂຸມຝັງສົບເກືອບ 9.000 ຂຸມ, ບັນດາກຳລັງພວມພະຍາຍາມເກັບເອົາຕົວຢ່າງ ADN
ຕ້ອນຮັບນັກຮົບກັບເມືອບ້ານເກີດເມືອງນອນ
ພາບພິທີນຳສົ່ງ, ພິທີຊາປະນະກິດ ແລະ ປົງສົບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ງີລົກ ພາຍຫຼັງທ້ອນໂຮມໃນລະດູແລ້ງ 2025 – 2026 ມາຈາກບັນດາແຂວງຂອງ ລາວ ຄື ຊຽງຂວາງ, ໄຊສົມບູນ ແລະ ວຽງຈັນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະຕິບັດພິທີກຳປົກທຸງຊາດໃຫ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ພົບເຫັນຢູ່ສວນສາທາລະນະ ເລທິຣຽງ
ພິທີປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ມ໋າວັນຢີ່ ຢູ່ບ້ານລາງມົນ, ຕາແສງມິງເຕິມ, ແຂວງ ກາວບັ່ງ.
ອົບອຸ່ນໃຈຂອງຄົນທີ່ຍັງຢູ່ - ນ້ຳໃຈແຫ່ງສັນຕິພາບ
“ວິວັນການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຍັງສືບຕໍ່ດ້ວຍຄວາມຕັດສິນໃຈຢ່າງສູງ. ແຕ່ລະຕົວຢ່າງ AND, ແຕ່ລະວັດຖຸພັນ, ແຕ່ລະຂໍ້ມູນໄດ້ຮັບການເຊື່ອມຕໍ່ບໍ່ພຽງແຕ່ຊ່ວຍໃຫ້ຜູ້ທີ່ເສຍຊີວິດໄດ້ກັບເມືອເທົ່ານັ້ນ ຫາກຍັງປິດຄວາມລໍຄອຍຜ່ານຫຼາຍລຸ້ນຄົນລົງ” - ຄັດຈາກຄຳເວົ້າ ທ່ານ ປ.ອ ຫວູຫ໋າຍກວາງ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ
ໄວໜຸ່ມຫວຽດນາມອາໄສຢູ່ຕ່າງປະເທດ ກວ່າ 30 ປະເທດໃນທົ່ວໂລກ ໄດ້ຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດເນື່ອງໃນໂອກາດລະນຶກວັນທີ 27 ກໍລະກົດ ຢູ່ຄ້າຍພັກແລ້ງຫວຽດນາມ 2026.
ເພື່ອວັນໃດວັນໜຶ່ງທີ່ບໍ່ໄກ, ຕໍ່ໜ້າບັນດາແຖວຂຸມຝັງສົບຢູ່ສຸສານ, ຜູ້ຍັງມີຊີວິດບໍ່ຈຳເປັນຕ້ອງຈູດທູບໃຕ້ທຽນໃຫ້ບັນດາຂຸມຝັງສົບທີ່ບໍ່ມີຊື່ ແຕ່ສາມາດເອີ້ນຖືກຊື່ຂອງຜູ້ຄົນທີ່ເສຍຊີວິດ. (ພາບ: VOV5)