VOV WorldVOV World
ການເຄື່ອນໄຫວຕ່າງໆໃນໂຄງການ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ ປີ 2023”
13/11/2023 13:47
(VOVWORLD) - ຕອນເຊົ້າວັນທີ 11 ພະຈິກ, ຢູ່ນະຄອນ ເຫ້ວ, ແຂວງ ເທື່ອທຽນເຫ້ວ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ໄຂໂຄງການ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ ປີ 2023”, ດ້ວຍຫົວຂໍ້ “ຖະແຫຼງຂ່າວ ແລະ ການສື່ສານ, ຈຸດເດັ່ນໃນການພົວພັນຮ່ວມມື ຫວຽດນາມ - ລາວ”.
ການເຄື່ອນໄຫວຕ່າງໆໃນໂຄງການ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ ປີ 2023”
ເປີດສາກພິທີໄຂແມ່ນບາງລາຍການສະແດງສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ - ລາວ, ບັນດາບົດເພງ, ວາດຟ້ອນທີ່ເປັນເອກະລັກສະເພາະ ຍ້ອງຍໍຊົມເຊີຍການພົວພັນມິດຕະພາບແບບພິເສດ ລະຫວ່າງສອງປະເທດ. ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນແທັງເລີມ, ກ່າວຄຳເຫັນທີ່ພິທີໄຂ ບັນດາຜູ້ແທນຕັດແຖບຜ້າໄຂ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ ປີ 2023” ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໂພສີ ແກ້ວມະນີວົງ, ກ່າວຄຳເຫັນທີ່ພິທີໄຂ ບັນດາຜູ້ແທນຢ້ຽມຊົມງານວາງສະແດງພາບຖ່າຍກ່ຽວກັບການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ໃນຂອບເຂດພິທີໄຂ "ວັນບຸນໄມຕິຈິດມິດຕະພາບພາບພິເສດ ຫວຽດນາມ - ລາວ ປີ 2023", ກົມຖະແຫຼງຂ່າວໃຫ້ຕ່າງປະເທດ (ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ) ກັບກົມສື່ສານມວນຊົນ (ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ) ໄດ້ເຊັນບົດບັນທຶກຊ່ວຍຈຳການຮ່ວມມື,  ເພື່ອແນໃສ່ຍູ້ແຮງວຽກງານຖະແຫຼງຂ່າວ ສື່ສານລະຫວ່າງສອງປະເທດ ຫວຽດນາມ - ລາວ. ແລະ ຕອນຄ່ຳວັນດຽວກັນ, ໃຂຂອບເຂດໂຄງການ, ໄດ້ຈັດລາຍການພົບປະແລກປ່ຽນສະແດງສິລະປະ ຫວຽດນາມ - ລາວ, ດ້ວຍຫົວຂໍ້ "ສາຍໃຈໜຽວແໜ້ນ, ຍືນຍົງຄົງຕົວຕະຫຼອດກາລະນານ" ການສະແດງສິລະປະທີ່ລາຍການ   ຮ້ານວາງສະແດງຂອງລາຍການກະຈາຍສຽງພາກພາສາລາວ, ພະແນກກະຈາຍສຽງພາກພາສາຕ່າງປະເທດ VOV5, ດຶງດູດຄວາມສົນໃຈຂອງບັນດາການນຳ ແລະ ແຂກຖືກເຊີນ ຄະນະຜູ້ແທນຂອງ ຫວຽດນາມ ແລະ ລາວ ຢ້ຽມຊົມຮ້ານວາງສະແດງຂອງ VOV5 ທ່ານ ຫງວຽນຈ້ອງເຫງັຍ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ພ້ອມກັບບັນດາຜູ້ແທນຖ່າຍຮູບທີ່ລະນຶກຢ່າງຮ້ານວາງສະແດງຂອງ VOV5 ບັນດາເພື່ອນຮ່ວມງານຂອງສຳນັກຂ່າວສານຕ່າງໆຢູ່ຮ້ານວາງສະແດງຂອງ VOV5
TAG
VOV/VOVworld/ວາງ​ສະ​ແດງ/ການ​ສະ​ແດງ​ສິ​ລະ​ປະ/ວັນ​ບຸນ​ໄມ​ຕິ​ຈິດ/ວັດ​ທະ​ນະ​ທຳ/ສະ​ແດງ​ສິ​ລະ​ປະ/ສື່​ສານ/ພາກ​ພາ​ສາ​ລາວ

More