ຄວາມປະທັບໃຈ ຊາປາ ເມື່ອຕົ້ນລະດູໜາວ
31/10/2021 04:30
(VOVWORLD) -ໄປຢ້ຽມຢາມ ຊາປາ ໃນລະດູໜາວ ເພື່ອນຈະມີໂອກາດໄດ້ຮັບຊົມທິວທັດທຳມະຊາດທີ່ມະຫັດສະຈັນ, ຮູ້ສຶກໄດ້ອາກາດໜາວທີ່ເປັນເອກະລັກສະເພາະຂອງພູຜາປ່າໄມ້ເຂດ ໄຕບັກ.

ເທດສະບານ ຊາປາ ຕັ້ງຢູ່ເຂດພູສູງ. ຍ້ອນເຫດນັ້ນ, ເມື່ອຮອດລະດູໜາວ, ອຸ່ນຫະພູມຄິດສະເລ່ຍແມ່ນແຕ່ 3 ຫາ 10 ອົງສາ C. ເຖິງວ່າອາກາດຢູ່ ຊາປາ ໃນຍາມລະດູໜາວແມ່ນໜາວຈັດກໍ່ຕາມ, ແຕ່ນີ້ກໍ່ແມ່ນລະດູທ່ອງທ່ຽວຈຸດສູງຂອງ ຊາປາ. ຖ້າຫາກວ່າເພື່ອນໄປຢ້ຽມຢາມ ຊາປາ ໃນຍາມລະດູໜາວ, ສະຖານທີ່ເພື່ອນຄວນໄປຢ້ຽມຢາມແມ່ນພູ ຫ່າມຣົ່ງ. ຍາມລະດູໜາວ, ເພື່ອນຈະມີໂອກາດຊົມທິວທັດທຳມະຊາດທີ່ມະຫັດສະຈັນ. ເມື່ອມີແສງແດດ ເພື່ອນຈະເຫັນນາຂັ້ນໄດຢູ່ເຂດຕີນພູ ນ້ຳຕົກຕາດຢູ່ ຊາປາ ຊາວທ້ອງຖິ່ນຢູ່ທີ່ນີ້ຮັກແພງແຂກຄົນຫຼາຍ. ແນ່ນອນວ່າ, ເມື່ອໄປຢ້ຽມຢາມ ຊາປາ ໃນຍາມລະດູໜາວ, ພວກເພື່ອນບໍ່ສາມາດລືມໄດ້.
Related








