ລະດູດອກລຳໂພງເດືອນ ເມສາ ຂາວບໍລິສຸດ
01/05/2022 02:26
(VOVWORLD) -ແຕ່ລະປີ, ເມື່ອຮອດເດືອນ ເມສາ, ຢູ່ຖະໜົນສາຍຕ່າງໆຂອງ ຮ່າໂນ້ຍ ໄດ້ມີສີຂຽວ, ສີຂາວບໍລິສຸດຂອງພວງດອກລຳໂພງ. ດອກລຳໂພງຍັງເອີ້ນວ່າ ແມ່ນ “ດອກໄມ້ເດືອນ ເມສາ”, ຍ້ອນວ່າ ໃນແຕ່ລະປີດອກໄມ້ຊະນິດນີ້ ບານແຕ່ເທື່ອດຽວໃນເດືອນ ເມສາ.

ຊາວ ຮ່າໂນ້ຍ ຍັງເອີ້ນດອກລຳໂພງວ່າດອກໄມ້ເດືອນ ເມສາ ຫຼື ເຟຼີເດີລິດ ດອກລຳໂພງໄດ້ປູກເປັນໜານ, ຊື່ທັດ ເມື່ອດອກລຳໂພງປ່ຽນຈາກສີຂຽວເປັນສີຂາວແມ່ນສາມາດຕັດໄປຂາຍໄດ້ແລ້ວ ດອກລຳໂພງທີ່ຕັດມານັ້ນໄດ້ສົ່ງໃຫ້ບັນດາພໍ່ຄ້າຊາວຂາຍ ເອົາໄປຈຳໜ່າຍຢູ່ຕະຫຼາດຂາຍສົ່ງ. ດອກລຳໂພງທີ່ໄດ້ວາງຂາຍຢູ່ຕະຫຼາດ ກວາງບາ ຊໍ່ດອກລຳໂພງມັດໜຶ່ງມີ 10 ດອກຂາຍລາຄາປະມານ 35.000 ດົ່ງ. ຊຸມມື້ຂອງເດືອນ ເມສາ ນີ້, ເມື່ອຂັບລົດໄປຕາມຖະໜົນສາຍຕ່າງໆຂອງ ຮ່າໂນ້ຍ, ຈະເຫັນລົດຂົນສົ່ງດອກລຳໂພງ - ເປັນດອກໄມ້ບອກເຕືອນວ່າລະດູແລ້ງມາຮອດແລ້ວ ຫຼາຍຄົນໄດ້ເລືອກເອົາວິທີຖ່າຍຮູບກັບດອກລຳໂພງເພື່ອເກັບພາບໄວ້ເປັນອານຸສອນ. ດອກໄມ້ເດືອນ ເມສາ ຂາວບໍລິສຸດ ປ້າ ດ່າມລຽນ (ຢູ່ເມືອງ ບັກຕືລຽມ, ຮ່າໂນ້ຍ) ແບ່ງປັນວ່າ, ຮອດລະດູດອກລຳໂພງໃນແຕ່ລະປີ, ປ້າກໍ່ຊື້ດອກລຳໂພງມາເບິ່ງ ແລະ ຖ່າຍຮູບ. ຄວາມເບີກບານມ່ວນຊື່ນຂອງເດືອນ ເມສາ ບາງເທື່ອເປັນເລື່ອງງ່າຍໆພຽງແຕ່ຕົນເອງໄດ້ໄປ ຊື້ເອົາດອກລຳໂພງມາປັກໃສ່ໂຖ ແລະ ຮັບຊົມໄປໃນແຕ່ລະມື້ເທົ່ານັ້ນ. (ພາບ: NVCC)
Related
More








