ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ
15/10/2021 09:28
(VOVWORLD) -“ງານແຕ່ງດອງທາງອອນລາຍ” ແມ່ນຄຳນິຍາມທີ່ໃໝ່ອ່ຽມຢູ່ຫວຽດນາມ.

ໃນໄລຍະ 2 ປີມານີ້, ໄປຄຽງຄູ່ກັບຜົນກະທົບທີ່ຫຍໍ້ທຈາກໂລກລະບາດໂຄວິດ-19 ນັ້ນ, ພວກເຮົາໄດ້ເຫັນປະຈັກຕາຄວາມສຳຄັນຂອງເຕັກໂນໂລຊີດີຈີຕອນ. ນິຍາມຕ່າງໆຄື “ກອງປະຊຸມທາງອອນລາຍ”, “ຮ່ຳຮຽນທາງອອນລາຍ” ໄດ້ກາຍເປັນສິ່ງລື້ງເຄີຍ, ແຕ່ “ງານແຕ່ງດອງທາງອອນລາຍ” ພັດເປັນສິ່ງທີ່ໃໝ່ອ່ຽມຢູ່ ຫວຽດນາມ. ເມື່ອໄປຢ້ຽມຢາມແຟນຂອງຕົນຢູ່ ມາບ້ານ ສິນສວຍໂຮ່ (ແຂວງ ລາຍເຈົາ) ເນື່ອງໃນໂອກາດວັນ 30 ເມສາ ປີນີ້, ອ້າຍບ່າວມາຈາກທາງທິດໃຕ້ ຫງວຽນແທັງງອັກ ບໍ່ສາມາດກັບບ້ານໄດ້ ຍ້ອນເກີດໂລກລະບາດໂຄວິດ -19, ສະນັ້ນ ລາວ ໄດ້ຕັດສິນໃຈກໍ່ຮ່າງສ້າງຕົວ ແລະ ຈັດງານແຕ່ງດອງຂຶ້ນໃນວັນທີ 28 ກັນຍາ ຢູ່ທີ່ນີ້ເລີຍ.
Related








