ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 101 ປີ (ວັນທີ 21 ມິຖຸນາ 1925 – 21 ມິຖຸນາ 2026), ເຂດຮ່ອງຮອຍປະຫວັດສາດ ຄຸກ ຫວາຫຼໍ່ ໄດ້ຈັດງານວາງສະແດງພາຍໃຕ້ຫົວຂໍ້ “ປາຍປາກກາອັນແຫຼມຄົມ, ນ້ຳໃຈຈົງຮັກພັກດີ”.
ເຂດວາງສະແດງໄດ້ປະກົດຂຶ້ນຄືເປັນການເສຍສະຫຼະທີ່ມິດງຽບແຕ່ສະຫງ່າອົງອາດ, ພາຜູ້ຊົມໄດ້ຫວນຄືນໄລຍະແຫ່ງການສ້າງຕັ້ງ, ພັດທະນາຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ.
ພິເສດ, ງານວາງສະແດງໄດ້ວາດພາບໃຫ້ເຫັນບັນດາພາບພົດນັກຂ່າວໃນຄຸກ ແລະ ໃນບັນດາສະໜາມຮົບອັນດຸເດືອດ, ບ່ອນທີ່ເຈດຈຳນົງ, ນ້ຳໃຈຮັກຊາດ ແລະ ຈິດໃຈປະຕິວັດຍັງຄົງໄດ້ຮັບການຮັກສາ, ແຜ່ກະຈາຍຜ່ານແຕ່ລະຮອຍຂີດຂຽນ.
ງານວາງສະແດງ “ປາຍປາກກາອັນແຫຼມຄົມ, ນ້ຳໃຈຈົງຮັກພັກດີ” ລວມມີບັນດາເນື້ອໃນ: ສື່ມວນຊົນປະຕິວັດ ຫວຽດນາມ - ບັນດາຂີດໝາຍປະຫວັດສາດ; ປາຍປາກກາອັນແຫຼມຄົມ, ນ້ຳໃຈຈົງຮັກພັກດີ; ເສີມຂະຫຍາຍມູນເຊື້ອ.
ເນື້ອໃນທີໜຶ່ງ: “ສື່ມວນຊົນປະຕິວັດ ຫວຽດນາມ - ບັນດາຂີດໝາຍປະຫວັດສາດ” ໄດ້ແນະນຳໂດຍສັງເຂບກ່ຽວກັບການກຳເນີດຂອງຂະແໜງສື່ມວນຊົນປະຕິວັດ ຫວຽດນາມ ດ້ວຍຂີດໝາຍ: ວັນທີ 21 ມິຖຸນາ 1925, ຢູ່ ກວາງໂຈ (ປະເທດຈີນ), ໜັງສືພິມ ແທັງນຽນ (ຊາວໜຸ່ມ) - ອົງການກະບອກສຽງຂອງສະມາຄົມ ຫວຽດນາມ ປະຕິວັດ ຊາວໜຸ່ມ ໂດຍ ການນຳ ຫງວຽນອາຍກວັກ (ປະທານໂຮ່ຈີມິນ) ເປັນຜູ້ກໍ່ຕັ້ງນັ້ນ ໄດ້ພິມອອກສະບັບທຳອິດ.
ຈຸດເດັ່ນຂອງງານວາງສະແດງແມ່ນເນື້ອໃນທີ 2: “ປາຍປາກກາອັນແຫຼມຄົມ, ນ້ຳໃຈຈົງຮັກພັກດີ” ໂດຍວາດພາບຄືນບັນດານັກຂ່າວເຄື່ອນໄຫວໃນເງື່ອນໄຂທີ່ເຄັ່ງຂັດຮ້າຍກາດທີ່ສຸດໃນຄຸກ ແລະ ສະໜາມຮົບ. ຈາກບັນດາໜັງສືພິມປິດລັບທີ່ໄດ້ຮັບການຮຽບຮຽບຢູ່ຫຼັງກົງເຫຼັກຂອງຄຸກ ໄປຮອດບັນດາລາຍການຂ່າວທີ່ໄດ້ຮັບການປະຕິບັດຢູ່ກາງຝົນລະເບີດລູກປືນ, ສື່ມວນຊົນປະຕິວັດ ຫວຽດນາມ ໄດ້ປະກອບສ່ວນເຜີຍແຜ່ຈິດໃຈຮັກຊາດ, ເຈດຈຳນົງຕໍ່ສູ້ ແລະ ຄວາມຄາດຫວັງຍາດເອົາເອກະລາດຂອງຊາດ.
ຮູບເຄິ່ງຄີງບັນດານັກຂ່າວ, ນັກຮົບປະຕິວັດທີ່ເສຍສະຫຼະທັງຊີວິດຂອງຕົນໃຫ້ແກ່ພາລະກິດສື່ມວນຊົນປະຕິວັດ ຫວຽດນາມ
ໃນພາກເນື້ອໃນທີສາມ: “ເສີມຂະຫຍາຍມູນເຊື້ອ”: ໂດຍສືບຕໍ່ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອນັ້ນ, ນັກຂ່າວປະຕິວັດ ຫວຽດນາມ ໃນວັນນີ້ ຍາມໃດກໍເສີມຂະຫຍາຍບົດບາດເປັນພາຫະນະຂ່າວສານທີ່ຈຳເປັນ, ສ່ອງແສງບັນດາບັນຫາຂອງຊີວິດສັງຄົມຢ່າງຖືກຕ້ອງຕາມຄວາມເປັນຈິງ ແລະ ທັນການ, ຮັບໃຊ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ແຂກທ່ອງທ່ຽວສາກົນ ຕັ້ງໃຈອ່ານບັນດາເລື່ອງລາວກ່ຽວກັບບັນດານັກຂ່າວປະຕິວັດ ຫວຽດນາມ.
ມີນັກທ່ອງທ່ຽວພາຍໃນ ແລະ ສາກົນຫຼາຍຄົນໃຫ້ຄວາມສົນໃຈເຖິງໜ້າປົກຂອງໜັງສືພິມ ຕ່ຽນຟອງ (ປະຈັນບານ) - ສະບັບພິເສດຂ່ຳນັບຮັບຕ້ອນວັນປົດປ່ອຍນະຄອນຫຼວງ, ເດືອນ ຕຸລາ 1954.
ດ້ວຍຮູບແບບອະທິບາຍແບບອັດຕະໂນມັດ (audio guide), ແຂກທ່ອງທ່ຽວໃນທຸກເກນອາຍຸ ລ້ວນແຕ່ຊົມງານວາງສະແດງໄດ້ຢ່າງງ່າຍດາຍ.
ຕາມຄະນະຈັດຕັັ້ງແລ້ວ: ງານວາງສະແດງ “ປາຍປາກກາອັນແຫຼມຄົມ, ນ້ຳໃຈຈົງຮັກພັກດີ” ແມ່ນແນໃສ່ເຊີດຊູບັນດານັກຮົບປະຕິວັດຜູ້ພິລະອາດຫານຈົງຮັກພັກດີ, ເຖິງວ່າຖືກກັກຂັງໃນຄຸກລ່າເມືອງຂຶ້ນ, ຈັກກະພັດກໍ່ຕາມ ແຕ່ຍັງຮັກສາໄດ້ຈິດໃຈອັນອົງອາດກ້າຫານ, ນຳໃຊ້ປາຍປາກກາເພື່ອຕໍ່ສູ້ ແລະ ພິມໜັງສືພິມ. ງານວາງສະແດງກໍເປັນການສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຂ່າວ, ນັກຮົບຜູ້ໄດ້ເສຍສະຫຼະເລືອດເນື້ອ, ປະກອບສ່ວນໂດຍບໍ່ຮູ້ອິດບໍ່ຮູ້ເມື່ອຍໃຫ້ແກ່ພາລະກິດອັນສະຫງ່າງາມຂອງພື້ນຖານປະຕິວັດ ຫວຽດນາມ ອີກດ້ວຍ.
ງານວາງສະແດງຈະດຳເນີນຮອດວັນທີ 15 ພະຈິກ 2026 ຢູ່ເຂດຮ່ອງຮອຍປະຫວັດສາດ ຄຸກ ຫວາຫຼໍ່, ເຮືອນເລກທີ 1 ຖະໜົນ ຫວາຫຼໍ່, ຕາແສງ ເກືອນາມ, ຮ່າໂນ້ຍ.
ຮູບພາບຈຳນວນໜຶ່ງໃນງານວາງສະແດງ: