ໃນເວລາ 12 ໂມງ 15 ນາທີ (ຕາມເວລາທ້ອງຖິ່ນ), ວັນທີ 29 ມິຖຸນາ, ພະນັກງານ, ນັກຮົບ 124 ຄົນ ສັງກັດກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງຕຳຫຼວດ ຫວຽດນາມ ພ້ອມດ້ວຍເຄື່ອງອຸປະກອນ, ພາຫະນະສະເພາະກິດ, ໝາວິຊາສະເພາະ ແລະ ສິນຄ້ານັບສິບໂຕນທີ່ຮັບໃຊ້ວຽກງານກູ້ໄພກູ້ຊີບ, ຊ່ວຍເຫຼືອມະນຸດສະທຳ ໄດ້ມີໜ້າຢູ່ສະໜາມບິນສາກົນ Simon Bolivar ທີ່ນະຄອນ Maiquetia, ເວເນຊູເອລາ, ປະຕິບັດໜ້າທີ່ໜູນຊ່ວຍແກ້ໄຂຜົນຮ້າຍຈາກເຫດແຜ່ນດິນໄຫວທີ່ມີຄວາມຮ້າຍແຮງພິເສດຢູ່ປະເທດເພື່ອນ. ພາບ: ກະຊວງຕຳຫຼວດ ຫວຽດນາມ.
ບໍ່ພຽງແຕ່ນຳເອົາເຄື່ອງອຸປະກອນທີ່ທັນສະໄໝ ແລະ ປະສົບການກູ້ໄພກູ້ຊີບໄປເທົ່ານັ້ນ, ຄະນະປະຕິບັດງານຍັງນຳເອົາຈິດໃຈແບ່ງປັນ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ໄປເຖິງປະຊາຄົມສາກົນ ເມື່ອເກີດໄພພິບັດທຳມະຊາດອີກດ້ວຍ. ພາບ: ກະຊວງຕຳຫຼວດ ຫວຽດນາມ.
ບໍ່ໃຊ້ເວລາເພື່ອພັກຜ່ອນຫຼາຍ, ພາຍຫຼັງຈັດບ່ອນຢູ່ບ່ອນນອນເປັນທີ່ຮຽບຮ້ອຍ, ຄະນະປະຕິບັດງານ ຫວຽດນາມ ໄດ້ຈັດທິມງານໄປສຳຫຼວດເຂດ Playa Grande, ເມືອງ Catia La Mar, ລັດ La Guaira. ພາບ: ກະຊວງຕຳຫຼວດ ຫວຽດນາມ.
ຄວາມອັນຕະລາຍຫຼາຍຢ່າງ, ດ້ວຍບັນດາແຜ່ນເບຕົງທີ່ຫັກພັງ, ໂຄງປະກອບທີ່ບໍ່ໝັ້ນຄົງ ແລະ ຄວາມສ່ຽງພັງລົງມາ ອາດຈະເກີດຂຶ້ນທຸກເມື່ອ. ພາບ: ກະຊວງຕຳຫຼວດ ຫວຽດນາມ.
ຄະນະປະບັດງານ ຫວຽດນາມ ໄດ້ແບ່ງອອກເປັນ 5 ທິມ ເພື່ອສົມທົບກັບກຳລັງປະເທດປະຈຳຖິ່ນ ສຳຫຼວດບໍລິເວນທີ່ກວ້າງປະມານ 2,2 ກິໂລຕາແມັດ. ພາບ: ຄະນະກູ້ໄພກູ້ຊີບ ຫວຽດນາມ.
ທຸກການເຄື່ອນໄຫວລ້ວນແຕ່ໄດ້ຜັນຂະຫຍາຍເປັນກຸ່ມ, ຮັກສາການຕິດຕໍ່ປະສານລະຫວ່າງບັນດາສະມາຊິກນຳກັນຢ່າງຕໍ່ເນື່ອງ ແລະ ສົມທົບກັບກຳລັງປະເທດຈຳຖິ່ນຢ່າງແໜ້ນແຟ້ນ ເພື່ອແກ້ໄຂຢ່າງທັນການ ເມື່ອສະຖານທີ່ເກີດເຫດມີການຜັນແປຜິດປົກກະຕິ. ພາບ: ຄະນະກູ້ໄພກູ້ຊີບ ຫວຽດນາມ.
ໂດຍບໍ່ຫວາດຫວັ່ນຕໍ່ສະພາບແດດຮ້ອນ, ຝົນຕົກ, ຕອນກາງເວັນ ຫຼືກາງຄືນ, ບັນດາສະມາຊິກໃນຄະນະໄດ້ແຂ່ງກັບເວລາເພື່ອຊອກຫາຜູ້ປະສົບເຄາະຮ້າຍໃນບັນດາກິດຈະກຳທີ່ຖືກຫັກພັງ. ພາບ: ຄະນະກູ້ໄພກູ້ຊີບ ຫວຽດນາມ.
ບັນດາສະມາຊິກໃນຄະນະກູ້ໄພກູ້ຊີບໄດ້ປະຕິບັດງານໃນພູມຖານທີ່ທໍລະຫົດ. ພາບ: ກະຊວງຕຳຫຼວດ ຫວຽດນາມ.
ຄະນະກູ້ໄພກູ້ຊີບ ຫວຽດນາມ ຢັ້ງຢືນຈະບໍ່ຢຸດການເຄື່ອນໄຫວຈົນກວ່າເມື່ອໃດທຸກຄວາມສາມາດຊອກຫາໄດ້ປະຕິບັດຢ່າງລະອຽດຖີ່ຖ້ວນທີ່ສຸດ. ສຳລັບເຂົາເຈົ້າ, ແຕ່ລະຊາກສົບທີ່ຊອກຫາໄດ້ນັ້ນ ບໍ່ພຽງແຕ່ແມ່ນການປະຕິບັດສຳເລັດໜ້າທີ່ເທົ່ານັ້ນ, ຫາກຍັງແມ່ນການຮຳບາດແຜ, ບັນເທົາຄວາມເຈັບປວດ ແລະ ເປັນຄຳປອບໃຈສຸດທ້າຍສຳລັບຄອບຄົວຜູ້ປະສົບເຄາະຮ້າຍທີ່ພວມລໍຄອຍທັງເວັນ ແລະ ຄືນອີກດ້ວຍ. ພາບ: ກະຊວງຕຳຫຼວດ ຫວຽດນາມ.
ກອງທັບປະຊາຊົນ ຫວຽດນາມ ປອບໃຈ, ລະດົມກຳລັງໃຈປະຊາຊົນ ເວເນຊູເອລາ. ພາບ: ກອງທັບ ປຊຊ ຫວຽດນາມ
ຢູ່ຄ້າຍບ່ອນທີ່ຄະນະປະຕິບັດງານ ຫວຽດນາມ ປະຈຳ, ຕອນຄ່ຳວັນທີ 03 ກໍລະກົດ, ທ່ານ Delcy Rodriguez ປະທານາທິບໍດີຊົ່ວຄາວ ເວເນຊູເອລາ ໄດ້ລົງໄປຢ້ຽມຢາມ, ໃຫ້ກຳລັງໃຈ ແລະ ມອບຈົດໝາຍຂອບໃຈຄະນະ. ພາບ: ກະຊວງປ້ອງກັນປະເທດ ຫວຽດນາມ.
ຄະນະກູ້ໄພກູ້ຊີບ ຫວຽດນາມ ຮັບຫຼຽນກາ “ວິລະຊົນ ເວເນຊູເອລາ” ຊັ້ນໜຶ່ງ ແລະ ບັນດາສະມາຊິກໃນຄະນະໄດ້ຮັບຫຼຽນກາ “ວິລະຊົນ ເວເນຊູເອລາ” ຊັ້ນສອງຈາກລັດຖະບານ ເວເນຊູເອລາ. ພາບ: ກະຊວງຕຳຫຼວດ ຫວຽດນາມ.
ໄປຄຽງຄູ່ກັບວຽກງານກູູ້ໄພກູ້ຊີບ, ຄະນະປະຕິບັດງານ ຫວຽດນາມ ໄດ້ລົງຢື້ຢາມຖາມຂ່າວ, ແບ່ງເບົາກັບປະມານ 500 ຄອບຄົວທີ່ເສຍເຮືອນຊານບ້ານຊ່ອງ, ພວມປະເຊີນໜ້າກັບສະພາວະທີ່ຫຍຸ້ງຍາກເປັນພິເສດ. ຄະນະ ຫວຽດນາມ ກໍໄດ້ມອບເຄື່ອງອຸປະກອນການແພດ, ຢຸກຢາ, ສະບຽງອາຫານ, ຕູບຜ້າບາດ ພ້ອມດ້ວຍເງິນບໍລິຈາກຈຳນວນ 15.000 USD ໃຫ້ຝ່າຍ ເວເນຊູເອລາ ໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຈາກໄພພິບັດທຳມະຊາດ. ພາບ: ກະຊວງຕຳຫຼວດ ຫວຽດນາມ.
ພາຍຫຼັງການຄົ້ນຫາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວມາເປັນເວລາເກືອບ 2 ອາທິດ, ພະນັກງານ, ນັກຮົບ 124 ຄົນຂອງກອງທັບ ແລະ ຕຳຫຼວດ ຫວຽດນາມ ຊອກຫາຊາກສົບຜູ້ປະສົບເຄາະຮ້າຍໃນຊາກຫັກພັງໄດ້ 57 ຄົນ ແລະ ມອບໃຫ້ອຳນາດການປົກຄອງປະເທດປະຈຳຖິ່ນ. ຄະນະໄດ້ອອກຈາກ La Guaira, ເດີນທາງກັບຄືນເມືອປະເທດ. ວັນທີ 11 ກໍລະກົດ, ຄະນະເດີນທາງມາຮອດ ຫວຽດນາມ.
ຕາມຕົວເລກຫຼ້າສຸດໂດຍ ທ່ານ Jorge Rodriguez ປະທານສະພາແຫ່ງຊາດ ເວເນຊູເອລາ ປະກາດໃນວັນທີ 9 ກໍລະກົດ, ຈຳນວນຜູ້ເສຍຊີວິດພາຍຫຼັງເຫດແຜ່ນດິນໄຫວທີ່ເກີດຂຶ້ນເມື່ອວັນທີ 24 ມິຖຸນາ ຢູ່ເວເນຊູເອລາ ໄດ້ເພີ່ມຂຶ້ນຢ່າງໜ້ອຍສຸດເປັນ 3.811 ຄົນ, ມີ 16.740 ຄົນຖືກບາດເຈັບ ແລະ 17.907 ຄົນບໍ່ມີເຮືອນຢູ່.
ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ຕົກລົງຊ່ວຍເຫຼືອມະນຸດສະທຳໂດຍດ່ວນເປັນຈຳນວນເງິນ 300.000 USD ເພື່ອຊ່ວຍລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ນຳຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຖືກຜົນກະທົບໃຫ້ກັບຄືນສູ່ເປັນປົກກະຕິໂດຍໄວ.